ອັດ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ທີ່​ນະຄອນຫຼວງ​ປັກ​ກິ່ງ
2014-03-12 13:29:31  cri 
ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້ປະຕິບັດ​ວຽກ​ງານວາລະ​ ​ດ້ານ​ຕ່າງໆ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ​ແລະ ​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ມີນາ​ນີ້​ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງ​ປັກ​ກິ່ງ.

ເວລາ 9 ​ໂມງ​ຂອງ​ວັນ​ທີ 12 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານ​ຫຼີ້​ເຄີ​ສຽງ, ທ່ານຈ່າງ​ເຕີ​ຈ່ຽງ, ທ່ານ​ຢູ​ເຈີ້​ງ​ເຊິ່ງ, ທ່ານ​ຫຼິວຢຸນຊ່ານ, ທ່ານ​ຫວາງ​ສີ​ຊ່ານ​ແລະ​ທ່ານ​ຈ່າງ​ກ່າວ​ລີ້​ໄດ້​ຍ່າງ​ເຂົ້າ​ຫ້ອງ​ປະຊຸມ,​ແລ້ວ​ເຂົ້າ​ປະຈຳ​ທີ່ຢູ່​ບ່ອນ​ນັ່ງ​ຂອງ​ຄະນະ​ປະທານ. ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ 2136 ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ຢູ​ເຈີ້​ງ​ເຊິ່ງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ. ນີ້​ແມ່ນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ທີ່​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ການ​ລົງ​ເລິກການ​ປະຕິ​ຮູບຢ່າງຮອບດ້ານ.

ໃນ​ວາລະ​ສຸດ​ທ້າຍຂອງກອງ​ປະຊຸມ​​ ​ຍັງ​ໄດ້​ຮັບຮອງ​ເອົາ​ມະຕິ​ວ່າ​ດ້ວຍ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ​ແລະ​ບົດ​ລາຍ​ງານ​ວ່າ​ດ້ວຍ​ສະ​ພາບ​ການ​ພິ​ຈາ​ລະ​ນາ​ກວດ​ກາ​ຍັດ​ຕິ​ສະ​ເໜີຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ