ອັດ​ກອງ​ປະຊຸມ​​ເທື່ອ​ທີ 2 ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 12
2014-03-13 12:28:21  cri 
ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 4 ຊຶ່ງ​ເປັນ​ກອງ​ປະຊຸມ​ເທື່ອ​ສຸດ​ທ້າຍ​ຂອງກອງ​ປະຊຸມ​ໃຫຍ່​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ຄັ້ງ​ນີ້​ໃນ​ຕອນ​ເຊົ້າ​ວັນ​ທີ 13 ມີນາ​ນີ້​ຢູ່​​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງ​ປັກ​ກິ່ງ, ຮອດປັດຈຸບັນນີ້, ກອງ​ປະຊຸມ​ເທື່ອ​ທີ​ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 8 ມື້​ເຄິ່ງ​​ໄດ້​ສຳ​ເລັດ​ການ​ດຳ​ເນີນ​ວຽກ​ງານ​ວາລະ​ດ້ານ​ຕ່າງໆ​ໂດຍ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບງາມ​​ແລະ​ໄດ້​ອັດ​ລົງ​ແລ້ວ.

ກອງ​ປ​ະຊຸມຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຈ່າງ​ເຕີ​ຈ່ຽງ ທີ່​ເປັນ​ປະທານ​ບໍລິຫານ​ງານ​ແລະ​ປະທານ​ປະຈຳການ​ຄະນະ​ປະທານ​ກອງ​ປະຊຸມ​. ຜູ້ນຳ​ຈີນ​ທ່ານ​ຕ່າງໆ​ເຊັ່ນ​ທ່ານ​ສີ​ຈິ້ນຜິ​ງ ທ່ານ​ຫຼີ້​ເຄີ້ສຽງ, ທ່ານ​ຢູ​ເຈິ້ງ​ເຊິ່ງ, ທ່ານ​ຫຼິ້ວ​ຢຸນຊ່ານ,ທ່ານ​ຫວາງ​ສີ​ຊ່ານ​ແລະ​ທ່ານ​ຈ່າງ​ກ່າວ​ລີ້​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມຄັ້ງ​ນີ້.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ວ່າ​ດ້ວຍ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ. ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ວ່າ​ດ້ວຍ​ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ມະຕິ​ວ່າ​ດ້ວຍ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ຈີນ, ມະຕິ​ວ່າ​ດ້ວຍ​ບົດ​ລາຍ​ງານ​ວຽກ​ງານ​ອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຈີນ, ​ແລະ​ຕົກລົງ​ມະຕິ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ 3 ສະບັບ​ດັ່ງກ່າວ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ