ນາຍົກ​ຈີນ​ກ່າວ​ເຖິງ​​ເຮືອບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ໄປ: ຂໍ​ແຕ່​ວ່າ​ມີ​ຄວາມ​ຫວັງພຽງ​ເລັກ​ໜ້ອຍ, ພວກ​ຂ້າພະ​ເຈົ້າຈະ​ບໍ່​ປະຖິ້ມການຄົ້ນຫາ​ຢ່າງ​ເດັດຂາດ
2014-03-13 17:36:27  cri 
    ວັນ​ທີ 13 ມີນາ​ນີ້ ຢູ່​ທີ່​ປັກ​ກິ່ງ ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວ​ວ່າ: "ຂໍ​ແຕ່​ວ່າ​ມີ​ຄວາມ​ຫວັງ​​ພຽງເລັກ​ໜ້ອຍ, ພວກ​ຂ້າພະ​ເຈົ້າຈະ​ບໍ່​ປະຖິ້ມການຄົ້ນຫາ​ຢ່າງ​ເດັດຂາດ."

    ທ່ານຫຼີ​ເຄີ້ສຽງ​ໄດ້​ກ່າວ​ຄຳ​ເວົ້າດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນຫາ​ເຮືອບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ການ​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງປ​ະ​ເທດ​ທີ່​ຈັດ​ຂຶ້ນພາຍຫຼັງກອງ​ປະ​ຊຸມຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 2 ສະ​ໄໝ​ທີ 12 ສິ້ນສຸດ​ລົງ.

    ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ, ປັດຈຸບັນ ລັດຖະບານຈີນ​ໄດ້​ເລີ່​ມປະຕິບັດ​ກົນ​ໄກ​ຮັບ​ມື​ສຸກ​ເສີນ​ແລະ​ຄົ້ນຫາ​ຊ່ອຍ​ເຫຼືອຢ່າງຮອບດ້ານ, ປັດຈຸບັນ​ໄດ້​ມີ​ກຳ​ປັ່ນຂອງ​ຈີນ 8 ລຳ​ເດີນ​ທາງໄປ​ຮອດ​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ, ຍັງ​ມີ​ອີກລຳ​ໜຶ່ງ​ກຳລັງ​ເດີນ​ທາງໄປ​ຢູ່; ພ້ອມ​ກັນນັ້ນ ພວກ​ຂ້າພະ​ເຈົ້າຍັງ​ໄດ້​ນຳ​ໃຊ້​ດາວ​ທຽມ 10 ດວງ​ເພື່ອ​ໃຫ້ການ​ສະໜັບສະໜູ​ບທາງ​ດ້ານ​ເຕັກນິກ​ຂໍ້​ມູນ​ຂ່າວສານ, ຈະ​ບໍ່​ປ່ອຍປະ​ບ່ອນ​ທີ່​ໜ້າ​ສົງ​ໄສ​ໃດໆ.

    ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ, ມື້ວານ​ນີ້ ຂ້າພ​ະ​ເຈົ້າຍັງ​ໄດ້​ລົມ​ກັບ​ຜູ້​ບັນຊາ​ເຮືອ​ຄົ້ນຫາ​ຂອງ​ຈີນ​ລຳ​ໜຶ່ງ​​ໂດຍ​ຜ່ານ​ທາງ​ໂທລະສັບ, ​ເພື່ອ​ຂໍ​ໃຫ້​ລາວ​ທຳ​ຄວາມ​ພະຍາຍາມຂຶ້ນຕື່ມ​ອີກ​. ທ່ານຫຼີ​ເຄີ້ສຽງ​ກ່າວ​ເນັ້ນວ່າ, "ຂໍ​ແຕ່​ວ່າ​ມີ​ຄວາມ​ຫວັງພຽງ​ເລັກ​ໜ້ອຍ, ພວກ​ຂ້າພ​ະ​ເຈົ້າຈະ​ບໍ່​ປະຖິ້ມການຄົ້ນຫາ​ຢ່າງ​ເດັດຂາດ." "ກ່ຽວ​ກັບ​ວຽກ​ງານ​ຄວາມ​ປອດ​ໄພ​ຂອງ​ຖ້ຽວບິນ​ຈີນ, ພວກ​ຂ້າພະ​ເຈົ້າບໍ່​​ເຄີຍປະໝາດ​ຈັກ​ເທື່ອ, ​ເພາະ​ມັນ​ກ່ຽວ​ພັນ​ເຖິງ​ຊີວິດ​ຂອງ​ຄົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ