ນາຍົກ​ຈີນ: ສັນຕິພາບ, ມິດຕະພາບ ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແມ່ນ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ປະ​ເທດ​ອ້ອມ​ຂ້າງ
2014-03-13 17:46:49  cri 
    ວັນ​ທີ 13 ມີນາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານຫຼີ​ເຄີ້ສຽງ ​ນາຍົກລັດຖະມົນຕີຈີນກ່າວ​ວ່າ: "ຂ້າພະ​ເຈົ້າຄິດ​ວ່າ, ສັນຕິພາບ, ມິດຕະພາບ ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ ແມ່ນ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ປະ​ເທດ​ອ້ອມ​ຂ້າງ, ພວກ​​ເຮົາຄວນ​ພະຍາຍາມ​ຮ່ວມ​ກັນ​ໃນ​ການ​​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ, ​ແລະຫຼຸດຄວາມ​ຂັດ​ແຍ້​ງກັນ​ໃຫ້​ໜ້ອຍ​ລົງ, ​ເມື່ອ​ເຮັດ​ແນວ​ນີ້​ແລ້ວ ກໍ​ສາມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ຖືກຕ້ອງ​ປອງ​ດອງ​ກັນ, ທັງ​ເປັນ​ການ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ."

    ພາຍຫຼັງກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 2 ສະ​ໄໝ​ທີ 12 ສິ້ນສຸດ​ລົງ​ແລ້ວ, ທ່ານຫຼີ​ເຄີ້ສຽງ ນາ​ຍັກ​ລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ​ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ອະນາຄົດ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ອ້ອມ​ຂ້າງ​ນັ້ນ, ທ່ານ​ຫຼີ​ເຄີ້ສຽງໄດ້​​ໃຫ້​ຄຳ​ຕອບ​ຄື​ດັ່ງ​ທີ່​ກ່າວ​ມານັ້ນ.

    ທ່ານ​ກ່າວ​ວ່າ, ລະຫວ່າງ​ປະ​ເທດ​ໃກ້​ຄຽງ ​ແມ່ນຫຼີກ​ເວັ້ນບໍ່​ໄດ້​ວ່າ​ຈະ​ເກີດ​ມີ​ສະພາບ​ຂັດ​ແຍ້​ງກັນ, ຂໍ​ແຕ່​ວ່າ​ພວກ​ເຮົາ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ, ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ແລ້ວ, ສຽງ​ທີ່​ຂັດ​ກັນນັ້ນຄວນ​ແມ່ນ​ສຽງ​ທີ່​ມ່ວນ​ຫູ, ຫາກ​ບໍ່​ແມ່ນ​ສຽງ​ນັນ​ແຊວ​ທີ່​ຂັດ​ຫູ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ