ສະ​ເຫຼີ​ຍຜົນ​ນາງ​ສັງຂານ​ນະຄອນຫຼວງ​ວຽງ​ຈັນປີ ພສ 2557
2014-03-17 14:20:20  cri 

ຕາມ​ຂ່າວ CRI: ວັນ​ທີ 16 ມີນາ​ນີ້, ທີ່​ເດີ່ນ​ພະ​ທາດຫຼວງ ນະ​ຄອນ​ຫຼວງ​ວຽງ​ຈັນ, ພະ​ແນ​ກຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ນະຄອນຫຼວງ​, ​ໄດ້​ຈັດ​ງານ​ປະ​ກວດ​ນາງ​ສັງຂານ​ນະຄອນຫຼວງ​ວຽງ​ຈັນ ປະ​ຈຳ ພສ 2557 ຂື້ນ, ​ທ່ານ ສາຍທອງ ​ແກ້ວດວງ​ດີ, ຮອງ​​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານ ນາງ ​ວັນ​ເພັງ ແກ້ວ​ນະຄອນ ຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ, ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວນະຄອນຫຼວງ​, ຄະນ​ະ ກຳມະການ, ​ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ນະຄອນຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ຢ່າງ​ຄຶກ​ຄື້ນ.

ບັນດາ​ນ້ອງນາງ​ສາວທີ່​ເຂົ້າ​ຮ່ວມ​ປະ​ກວດນາງ​ສັງຂານປີນີ້, ມີ 22 ນ້ອງ​ນາງ​ສາວທີ່​ມາ​ຈາກ 9 ​ເມືອງ. ​ຈາກ​ນັ້ນ, ໄດ້​ຄັດ​​ເຫຼືອພຽງ​ແຕ່ 11 ນ້ອງ​ນາງ​ສາວ ​ເພື່ອ​ເຂົ້າ​​ໄປ​ສູ່​ຮອບ​ 7 ຄົນ​ສຸດ​ທ້າຍ. ຜ່ານ​ການ​ຕອບ​ຄຳ​ຖາມ​ທີ່​ມີ​ໄຫວ​ພິບ ສາມາດ​ຊະນະ​ໃຈ​ຄະນະ​ກຳມະການ ​ແລະ ກອງ​ເຊຍ ​​ໄດ້ນັ້ນ, M3 ນາງ ມະນີ​ລາ ຫຼວງ​ບັນ​ດິດ ຄອງ​ນາງ​ສັງຂານ​ນະ​ຄອນ​ຫຼວງ​ວຽງ​ຈັນ ປະຈຳ​ປີ ພສ 2557​ ແລະ ນາງ​ສາວ​ມິດຕະພາບ, ພ້ອມ​ດ້ວຍ​ມົງກຸດ, ສາຍ​ສະພາຍ, ​ແລະ ​ເງິນສົດລວມມູນ​ຄ່າ 40 ລ້ານ​ກວ່າ​ກີບ, ຮອງ​ອັນ​ດັບ​ໜື່ງ M5 ນາງ ພອນ​ທິບ ບົວ​ລະ​ວົງ, ຮອງອັນ​ດັບ​ສອງ M16 ນາງ ລີ​ນ້າ ວິນ​ນະ​ສານ, ສ່ວນ​ຮອງ​ອັນ​ດັບ​ສາມ M1 ນາງ ມຸກ​ດາ​ວັນ ​ໄພ​ມະນີ​ວົງ​, M2 ນາງ ສຸກ​ສາຄອນ ປັນຍາ​ບັນດິດ​, M18 ນາງ ປາດ​ຖະໜາ ສຸກ​ກະສັນ​ ​ແລະ M20 ນາງ ວັນ​ດາ​ໄລ​ທູນ​ສະຫວັດ.

ສຳລັບ​ທັງ 7 ນ້ອງ​ນາງ​ສາວ ຈະ​ໄດ້​ເຂົ້າ​ຮ່ວມ​ແຫ່​ຂະ​ບວນນາງ​ສັງຂານ​ປະຈຳ​ປີ ພສ 2557 ​ທີ່​ວັດ​ອິນ​ແປງ ​ໃນ​ວັນ​ທີ 14 ​ເມສາ​ທີ່​ຈະ​ມາ​ເຖິງ​ນີ້. 

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ