ເວທີ​ປຶກສາ​ຫາລື​ອາຊີ​ໂປອາວ​ປີ 2014 ຈະ​ເປີດ​ກວ້າງ​ຫົວ​ຂໍ້ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ຕື່ມ​ອີກ
2014-03-26 18:53:59  cri 
ຕາມ​ຂ່າວCRI: ວັນ​ທີ 26 ມີນາ​ນີ້, ທ່ານ​ໂຈ່​ວ​ເວີນ​ຈູງ, ​ເລຂາທິການ​ໃຫຍ່​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ຫົວ​ຂໍ້ປຶກສາ​ຫາລື​ຂອງເວທີປຶກສາຫາລື​ອາຊີ​ໂປ​ອາວ​ປີ 2014 ​ແມ່ນ "ອະນາຄົດ​ໃໝ່​ຂອງ​ອາຊີ: ສະ​ແຫວ​ງຫາ​ແລະ​ປ່ອຍພະລັງແຮງ​ພັດທະນາ​ໃໝ່". ໃນ​ເວທີ​ປຶ​ກສາ​ຫາລືຄັ້ງນີ້ຈະຈັດໃຫ້ມີກອງປະຊຸມປຶກສາຫາລືຢ່າງເປັນກາງການ 58 ເທື່ອ, ແລະການສົນທະນາໃນຕອນຄ່ຳ 8 ເທື່ອໂດຍປິ່ນອ້ອມ 3 ດ້ານ, ​ເຊັ່ນ: ການ​ປະຕິ​ຮູບ, ການ​ປະດິດ​ສ້າງ​ໃໝ່​ແລະ​ການພັ​ດທະນາ​ແບບ​ຍືນ​ຍົງ, ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ 58 ​ເທື່ອ, ​ແລະ​ການ​ເຈລະຈາ​ໃນ​ຕອນ​ການ​ຄືນ 8 ​ເທື່ອ. ສິ່ງ​ທີ່​​ເປັນ​ໜ້າ​ເວົ້າ​ເຖິງ​ແມ່ນໃນ​ເວທີ​ປຶກສາ​ຫາລືຄັ້ງນີ້​ຍັງ​ຈະ​ເປີດ​ກວ້າງ​ຫົວ​ຂໍ້ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງຕື່ມ​ອີກ, ໂດຍຈະ​ດຳນ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຢູ່​ທະ​ເລ​ຈີນ​ໃຕ້, ຄວາມ​ປອດ​ໄພ​ດ້ານອິນເຕີນເນັດ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ