ບົດ​ລາຍ​ງານ​ປະ​ຈໍາປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ປໍ​ອາວ​ກ່າວ​ວ່າ, ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ໃໝ່​ຈະ​ນໍາພາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ
2014-03-27 14:45:18  cri 

ວັນ​ທີ 26 ​​ມິ​ນາ​ນີ້, ​ເວທີ​ປຶກສາ​ຫາລື​ອາຊີ​ປໍ​ອາວ​ໄດ້​​ເປີດ​ເຜີ​ຍບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ພັດທະນາ​ຂອງ​ອົງ​ກອນ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ຂອງເວທີ​ປຶກສາ​ຫາລື​ອາຊີ​ປໍ​ອາວປະ​ຈໍາປີ 2014 ​ໂດຍ​ກ່າວ​ວ່າ, ​ໃນ​ປີ 2013, ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ເສດຖະກິດ​ໂລກ​ຂະຫຍາຍ​ຕົວຊ້າ​ລົງ, ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາໃໝ່​ຈະ​ສື​ບຕໍ່​ຮັກ​ສາ​ທ່າ​ທ່ຽງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ໃນ​ປີ​ກາຍ​ນີ້ ​ແລະ​ເພີ່ມ​ກໍາລັງ​ຊຸກຍູ້​ໃຫ້​ແກ່​ການ​ຟື້ນ​ຟູ​ຂອງ​ເສດ​ຖະກິດ​ໂລກ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ​ໃນການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ກັບ​ຕ່າງປະ​ເທດ, E11 ​ໄດ້ມີ​ການ​ຕິດ​ຕໍ່ພາຍ​ໃນ​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນກວ່າ​ເກົ່​າ, ການ​ພົວພັນ​ດ້ານ​ການ​ຄ້າ​ພາຍ​ໃນ E11 ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສ່ວນ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ E11 ກັບອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​ມີ​ທ່າ​ອ່ຽງຫຼຸ​ດລົງ. E11 ​ແມ່ນ 11 ​ອົງ​ກອນ​ເສດຖະກິດທີ່​ພັດທະນາໃໝ່​ໃນ​ກຸ່ມ G20 ຄື​ອາກຊັງ​ຕິນ, ​ເບຣຊິນ, ຈີນ, ອິນ​ເດຍ, ​ອິນ​ໂດ​ເນ​ເຊຍ, ສ.​ເກົາຫຼີ, ​ແມັກ​ຊິກ, ຣັດ​ເຊຍ, ອາຣັບບີ​ຊາ​ອຸ​ດິດ, ອາ​ຟຣິກາ​ໃຕ້​ແລະ​ຕວກກີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ