ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາ​ລີ​ອາຊີ​ໂປ​ອາວ: ກຳລັງ​ແຂ່ງຂັນ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ໝັ້ນທ່ຽງ
2014-03-27 15:50:12  cri 
    ວັນ​ທີ 26 ມີນາ​ນີ້ ຢູ່​ທີ່​ປັກ​ກິ່ງ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ກ່ຽວ​ກັບ​ກຳລັງ​ແຂ່ງຂັນ​ຂອງ​ອາຊີປະຈຳ​ປີ 2014", ​ໂດຍ​ຊີ້​ອອກ​ວ່າ, ກຳລັງ​ແຂ່ງຂັນ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ໜັກ​ແໜ້ນ. ​ໃນຈຳນວນ 37 ອົງ​ກອນ​ເສດຖະກິດ, ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ເປັນອັນ​ດັບ​ທີ 9, ​ສ່ວນ​ປີ 2012 ​ແມ່ນ​ຢູ່​ອັນ​ດັບ​ທີ 10.

    ບົດ​ລາຍ​ງານ​ຂຽນ​ວ່າ, ຈັງຫວະ​ເຕີບ​​​ໂຕ​ທາງ​ດ້ານເສດຖະກິດ​ຂອງ​ຈີນ​ບໍ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ການ​ປັ່ນ​ປ່ວນດ້ານ​ການ​ທະນາຄານ​ຂອງ​ຕະຫຼາດຈະ​ເລີ​ນ​ໃໝ່​ໃນປີ 2013 ​ໃນຂັ້ນພື້ນຖານ. ສາ​ເຫດ​ທີ່​ກຳລັງ​ແຂ່ງຂັນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ຍົກ​ສູງ​ຂຶ້ນນັ້ນ​ແມ່ນ​ຄວາມ​ສາມາດຂອງ​ການ​ປະດິດ​ສ້າງ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ​ແລະ​ຂົງ​ເຂດ​ທາງ​ສັງຄົມ​ກໍໄດ້​ຮັບ​ຄວາມ​ກ້າວໜ້າ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ