ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ສາກົນ​ຊອກ​ດາ​ນີກ່າວ​ວ່າ​ຫວັງ​ຢາກ​ນຳ​ໃຊ້​ໂອກາດ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຈີນ
2014-04-01 18:52:31  cri 
ໃນ​ຖານະ​ເປັນ​ສາຂາ​ເວທີ​ປຶກສາ​ຫາລື​ອັນ​ສຳຄັນ​ຂອງ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ສື່​ມວນ​ຊົນ 2014 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ​ເມສາ​ນີ້​ຢູ່​ນະຄອນ​ໂປ​ອາວ​​ແຂວງ​ໄຫຫຼຳຂອງ​ຈີນ, ຜູ້ນຳ​ສື່​ມວນ​ຊົນ 10 ກວ່າ​ຄົນ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈະ​ເຕົ້າ​ໂຮມ​ກັນ​ເພື່ອ​ປຶກສາ​ຫາລື​ການ​ພັດທະນາ​ດ້ານ​ການ​ປະດິດ​ສ້າງ​ແລະ​ການ​ຮ່ວມ​ມື​ຂອງ​ສື່ມວນ​ຊົນ.ກ່ອນ​ອອກ​ເດີນທາງ​ໄປ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະມົນ​ສື່​ມວນ​ຊົນ, ທ່ານ​ຊາຣີ ຕຣາຍ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ສາກົນ​ຊອກ​ດາ​ນີ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ CRI​ ຜ່ານ​ທາງ​ໂທ​ລະ​ສັບວ່າ, ຫວັງ​ຢາກ​ນຳ​ໃຊ້​​​ໂອກາດ​ຂອງ​ກອງ​ປະຊຸມ​ໂຕະມົນ​ສື່​ມວນ​ຊົນ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໃນ​ຄັ້ງ​ນີ້​, ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ສື່​ມວນ​ຊົນ​ອື່ນໆ,​ບຸກ​ເບີກ​ຂົງ​ເຂດ​ໃໝ່​ໃນ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຈີນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ