ທ່ານ​ຫຼີ​ເຄີ້ສຽງຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2014
2014-04-02 16:32:59  cri 
ວັນ​ທີ 1 ​ເມສາ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດໃນ​ກອງ​ປະຊຸມຂ່າວ​ວ່າ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ 2014 ທີ່​ຈະ​ຈັດ​ຂຶ້ນຢູ່​ແຂວງ​ໄຫ​ຫຼຳຈີນ​ໃນ​ວັນ​ທີ 8 ຫາ​ວັນ​ທີ 10 ​ເມສາ​ນີ້​ຕາມ​ຄຳ​ເຊີນ​ແລະ​ຈະ​ກ່າວປາຖະກະຖາທີ່ສຳຄັນ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ທ່ານທໍ​ນີ ອັບ​ໂບດ, ນາຍົກລັດຖະມົນຕີອົສຕຼາລີ, ທ່ານ​ເຊີຣິກ ອັກ​ຮ໌​ເມີ​ໂຕ​ວ໌, ນາຍົກລັດຖະມົນຕີກາຊັກ​ສະຖານ, ທ່ານ​ເຈື່ອງ​ຮົງ​ວົນ ນາຍົກລັດຖະມົນຕີ ສ.​ເກົາຫຼີ, ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ, ທ່ານ​ຮາ​ເກີ ກຽນ​​ໂກບ, ນາຍົກລັດຖະມົນຕີນາມີບີ, ທ່ານ​ນາວາ​ສ໌ ຊາຣິຟ, ນາຍົກລັດຖະມົນຕີປາກີ​ສະຖານ, ທ່ານ​ຊານ​ານາ ກູ​ສມາວ, ນາຍົກລັດຖະມົນຕີຕີ​ມໍ​ເລ​ສ​ເຕ, ທ່ານ​ອາກາ​ດີ ​ໂດ​ວ໌​ໂຄ​ວີ​ຊີ ຮອງນາຍົກລັດຖະມົນຕີຣັດ​ເຊຍ, ທ່ານ​ອູ​ດູ​ດາມ ຮອງ​ນາຍົກລັດຖະມົນຕີຫວຽດນາມ​ແລະ​ຜູ້ນຳ​ຕ່າງປະ​ເທດ​ທ່ານ​ອື່ນກໍ່​ຈະ​ເດີນທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ