​ຈີນຫວັງ​ຢາກ​ໃຫ້​ຜູ້​​ເຂົ້າ​ຮ່ວມ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ຈົ່ງ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ ​ແລະຮ່ວມ​ກັນ​ສ້າງ​ອະນາຄົດ​​ໃໝ່​ຂອງ​ອາຊີ
2014-04-03 15:29:41  cri 
ວັນ​ທີ 2 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຫວັງ​ຢາກ​ໃຫ້ຜູ້​ເຂົ້າ​ຮ່ວມກອງ​ປະຊຸມເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2014 ຈົ່ງ​ມີຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນ​ຄົງ ​ແລະ​ທ່າ​ອ່ຽງການ​ເຕີບ​ໂຕ​ໃນ​ການ​ພັດທະນາ​ເສດຖະກິດຂອງ​ອາຊີ​ແລະ​ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ກອງ​ປະຊຸມເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2014 ຈະ​ຈັດຂຶ້ນ​ຢູ່​​ໂປ​ອາວ​ຂອງແຂວງ​​ໄຫ​ຫຼຳຈີນ​ໃນ​ວັນ​ທີ 8 ຫາ​ວັນ​ທີ 11 ​ເມສາ​ນີ້, ​ແລະ​ຈະ​ຈັດ​ພິທີ​ໄຂ​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ​ເມສາ​ນີ້. ກອງ​ປະຊຸມ​ຈະ​ດຳ​ເນີນ​ການ​ປຶກສາຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ສະຖານະ​ການ​ດ້ານ​ເສດຖະກິດ-ການ​ເງິນ​ສາກົນ​ໃນ​ປະຈຸ​ບັນ, ການ​ຮ່ວມ​ມື​ດ້ານ​ການ​ເງິນ​ອາຊີ, ການ​ເຊື່ອມ​ຈອດ​ກັນ​ດ້ານພື້ນຖານ​ໂຄງ​ລ່າງ, ການ​ຄ້າ​ເສລີ​ຢູ່​ພາກ​ພື້ນ​ແລະ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ເປັນ​ຕົ້ນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຫັຼກ "ອະນາຄົດ​ໃໝ່​ຂອງ​ອາຊີ ສະ​ແຫວ​ງຫາ​ແລະ​ປ່ອຍ​ພະລັງ​ແຮງໃໝ່ດ້ານ​ການ​ພັດທະນາ​", ຖື​ການ​ປະຕິ​ຮູບ, ການ​ປະດິດ​ສ້າງ​ໃໝ່​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ທິດ​ທາງ​ຕົ້ນຕໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ