ເວທີປຶກສາ​ຫາ​ລື​ອາຊີ​ໂປ​ອາວ​ຈະ​ຄົ້ນ​ຄວ້າ​ກຳ​ລັງ​ແຮງ​ໃໝ່​​ແລະ​ອະ​ນາ​ຄົດ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ກໍ່​ຄື​ຂອງ​ໂລກ
2014-04-07 15:18:15  cri 
ເວທີ​ປຶກສາ​ຫາລືອາຊີ​ໂປ​ອາວ​ຈະ​​ໄ​ຂຂຶ້ນ​ຢູ່​ແຂວງ​ໄຫ​ຫຼຳຂອງ​ຈີນ​ໃນ​ວັນ​ທີ 8 ​ເມສາ​ນີ້. ​ໃນ​ນາມ​ເປັນ​ໜຶ່ງ​ໃນ​ບັນດາ​ເວທີ​ສົນທະນາ​ຊັ້ນ​ສູງ​ທີ່​ສຳຄັນ​ຂອງ​ອາຊີ, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ໄດ້​ກຳນົດ​ຫົວ​ຂໍ້​ຫຼັກ​ທີ່​ວ່າ ອະນາຄົດ​ໃໝ່​ຂອງ​ອາຊີ: ສະ​ແຫວ​ງຫາ​ແລະ​ປ່ອຍ​ກຳລັງ​ແຮງ​ໃໝ່​ເພື່ອ​ຊຸກຍູ້​ການ​ພັດທະນາ.

ທ່ານ​ໂຈ່​ວ​ເວີນ​ຈົ້ງ ​ເລຂາທິການ​ໃຫຍ່​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ກ່ອນ​ໜ້າ​ນີ້​ວ່າ, ປີ 2014ນີ້, ອາຊີ​ແລະ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ໃໝ່​ຈະ​ຢູ່​ໃນ​ໄລຍະທີ່​ເປັນ​ກຸນ​​ແຈ​ສຳຄັນ​ແຫ່ງ​ການ​ປະຕິ​ຮູບ. ຈີນ,ອິນ​ເດຍ, ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອື່ນໆ​ລ້ວນ​ແຕ່​ກຳລັງ​ອອກ​ແຮງສົ່ງ​ເສີມ​ວາລະ​ການ​ປະຕິ​ຮູບ. ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຫວັງ​ຢາກ​ຜ່ານ​ຈາກ​ການ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້ນຳ​ວົງ​ການ​ການ​ເມືອງ,ການ​ຄ້າ​ແລະ​ວິຊາ​ການ, ​ເຕົ້າ​ໂຮມຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ,​ເພື່ອ​ຄົ້ນຄວ້າ​ຈຸດ​ເລີ່​ມຕົ້ນ​ແລະ​ແນວ​ຄວາມ​ຄິດ​ໃໝ່​ຂອງ​ການ​ປະຕິ​ຮູບ​ຮອບ​ໃໝ່. ກອງ​ປະຊຸມ​ເວ​ທີ​ປຶກສາ​ຫາລື​​ໃນ​ຄັ້ງ​ນີ້ວາລະ​ປະຊຸມ​ທີ່​ດຳ​ເນີນ​ການ​ປຶກສາ​ຫາລື​ໂດຍ​ປິ່ນ​ອ້ອມ​ 3 ຫົວ​ຂໍ້​ຄື ການ​ປະຕິ​ຮູບ, ການ​ປະດິດສ້າງ​ແລະການ​ພັດທະນາ​ແບບ​ຍືນ​ຍົງ, ​ໂດຍ​ຈະ​ຈັດ​ໃຫ້​ມີ​ກາ​ນປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ 60 ​ເທື່ອ.

ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ 2014ນີ້​ໄດ້​ວາງ​ໂຄງການ​ນັກ​ສັງ​ເກດ​ໜຸ່ມ ​ເປັນ​ເທື່ອ​ທຳ​ອິດ, ທ່ານ​ໂຈ່ວ​ເວິນ​ຈົ້ງ​ກ່າວ​ວ່າ, ​ຜ່ານ​ມາ​ຜູ້​ທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ຕົ້ນຕໍ​ແມ່ນ​ບຸກຄົນ​ວົງ​ການ​ການ​ຄ້າ​ທີ່ມີ​ຜົນສຳ​ເລັດ​ສູງ​ແລະ​ຜູ້​ອາວຸ​ໂສ​ຂອງວົງ​ການ​ການ​ເມືອງ, ​ແຕ່​ມີ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ບໍ່​ຫຼາຍ​ປານ​ໃດ. ​ໂຄງການ​ນີ້​ມີ​ຈຸດປະສົງ​ເພື່ອ​ຫວັງ​ຢາກ​ໃຫ້​ຊາວ​ໜຸ່ມ​ໃນ​ພາກ​ພື້ນ​ແລະ​ຂະ​ແໜງ​ການ​ຕ່າງໆ​ມີ​ສ່ວນ​ຮ່ວມ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ​ເພື່ອ​ໃຫ້​ເຂົາ​ເຈົ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຕົນ, ​​ເຮັດ​ໃຫ້​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ກາຍ​ເປັນ​ເວທີ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ແລະ​ຄວາມ​​​ຜ່ອນ​ພັນຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ