ປະທາ​ນບໍລິສັດ​ໃຫ້​ຄຳ​ປຶກສາ​ຍຸດ​ທະ​ສາດສາກົນ​ອັງກິດ​ເບິ່ງ​ໄປໃນ​ແງ່​ດີ​ຕໍ່​ທ່າ​ແຮງບົ່ມ​ຊ້ອນ​​ດ້ານ​ການ​ເຕີບ​ໂຕຂອງ​ຕະຫຼາດ​ອາຊີ​​ໃນ​ອະນາຄົດ
2014-04-07 14:18:13  cri 
ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວຈະ​ຈັດ​ຂຶ້ນ​ຢູ່​ແຂວງ​​ໄຫ​ຫຼຳຂອງ​ຈີນ​ໃນ​ວັນ​ທີ 8 ຫາ​ວັນ​ທີ 11 ​ເມສາ​ນີ້, ຫົວ​ຂໍ້ຫຼັກຂອງ​ກອງ​ປະຊຸມ​ໃນ​ປີ​ນີ້​ແມ່ນ "ອະນາຄົດ​ໃໝ່​ຂອງ​ອາຊີ ສະ​ແຫວ​ງຫາ​ແລະ​ປ່ອຍ​ແມ່​ແຮງໃໝ່​ໃນ​ການ​ຊຸກຍູ້ການ​ພັດທະນາ". ທ່ານປີ​ເຕີ ມານ​ເດ​ວຊັນ ປະທາ​ນບໍລິສັດ​ໃຫ້​ຄຳ​ປຶກສາ​ຍຸດ​ທະ​ສາດສາກົນ​ອັງກິດທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ທ່ານ​​ໄດ້ເບິ່ງ​​ໄປໃນ​ແງ່​ດີ​ຕໍ່ທ່າ​ແຮງ​ບົ່ມ​ຊ້ອນ​​ແລະ​ອະນາຄົດ​ຂອງ​ການ​ເຕີບ​ໂຕຂອງ​ຕະຫຼາດ​ອາຊີ​.

ທ່ານ​ປີ​ເຕີ ມານ​ເດ​ວ​ຊັນກ່າວ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ໂລກ​ໃນ​ປະຈຸ​ບັນ​ຢູ່​ໃນ​ຂະ​ບວນການ​ຟື້ນ​ຕົວ​ຂຶ້ນ​ກໍ່ຕາມ, ​ແຕ່ມີການ​ຟື້ນ​ຕົວ​ຊ້າ​ຫຼາຍ. ອີງ​ຕາມ​ຕົວ​ເລກ​ຂໍ້​ມູນ​ຂອງ​ອົງການ​ກອງ​ທຶນການ​ເງິນສາກົນ​ຫຼື IMF ສະ​ແດງ​ໃຫ້​ເຫັນ​ວ່າ, ຕະຫຼາດ​ທີ່​ພັດທະນາ​ໃໝ່​ຂອງ​ອາຊີ​ຍັງ​ຈະ​ແມ່ນ​ກຳລັງ​ສຳຄັນ​ໃນ​ການ​ຊຸກຍູ້ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ, ຄາດ​ວ່າ​ປີ 2014, ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈະສ້າງສະຖິຕິ​ສູງ​ສຸດ​ຂອງ​ໂລກ, ຫຼາຍ​ກວ່າ 6,5%.

​ເມື່ອ​ກ່າວ​ເຖິງ​ການ​ປະຕິ​ຮູບ​ຂອງ​ເສດຖະກິດ​ຈີນ​ແລະ​ຜົນ​ສະທ້ອນ​ທີ່​ມີ​ຕໍ່​ເສດຖະກິດ​ຂອງ​ອາຊີ, ທ່ານ​ປີ​ເຕີ ມານ​ເດ​ວຊັນ​ກ່າວ​ວ່າ, ຮູບ​​ແບບ​ການ​ເຕີບ​ໂຕ​ຂອງເສດຖະກິດຈີນ​ທີ່​ຖື​ການ​ສົ່ງ​ອອກ​ເປັນ​ແກນ​ນຳ​ຕ້ອງການ​ມີການ​ປ່ຽນ​ແປງ, ​ແຕ່​ນີ້​ຈະ​ສ້າງ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ສ້າງຕ່ອງ​ໂສ້​ຜະລິດຕະກຳຂອງ​ອາຊີ​ຄືນ​ໃໝ່. ສ່ວນກຸ່ມ​ຜູ້​ບໍລິ​ໂພ​ກຂອງ​ຈີນກໍ່​ບໍ່​ພຽງ​ແຕ່​ຊື່​ສິນຄ້າ​ທີ່​ຈີນ​ຜະລິດ​​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​​ໄປ​ບໍລິ​ໂພ​ກຢູ່​ຕ່າງປະ​ເທດ​ອີກ​ດ້ວຍ, ສະ​ນັ້ນ​, ຈີນ​ຈະ​ແມ່ນ​ຕະຫຼາດ​ສິນຄ້າ​ແລະ​ການບໍລິການ​ທີ່​ສຳຄັນ​ຂອງ​ປະ​ເທດ​ອື່ນໆ​​ໃນ​ອາຊີ. ນອກ​ນີ້, ການ​ໄຂ​ປະຕູ​ແລະ​ການ​ຫັນ​ເປັນ​ແບບ​ສາກົນ​ຂອງ​ຕະຫຼາດ​ການ​ເງິນ​ຂອງ​ຈີນ, ຈະ​ເຮັດ​ໃຫ້ການ​ຄ້າ​ຢູ່​​ໃນ​ພາກ​ພື້ນ​ແຫ່ງ​ນີ້​ມີ​ຄວາມ​ສະດວກ​ຂຶ້ນ​ຕື່ມ, ຊຸກຍູ້​ການ​ເຕີບ​ໂຕດ້ານການ​ໝູນວຽນ​ຂອງ​ທຶນຮອນ​ການ​ລົງທຶນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ