ປະທານ​ກອງ​ທຶນການ​ລົງທຶນ​ໂດຍ​ກົງຣັດ​ເຊຍ​ເຫັນ​ວ່າ, ການ​ຮ່ວມ​ມື​ດ້ານການ​ຄ້າ​ລະຫວ່າງ​ປະ​ເທດ​ອາ​ຊີ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​​ເຮັດ​ໃຫ້ເສດຖະກິດ​ເຕີບ​ໂຕ
2014-04-07 14:49:08  cri 

ວັນ​ທີ8 ​ເມສາ​ນີ້, ກອງ​ປ​ະຊຸມ​ປະຈຳ​ປີ​ຂອງ​ເວທີ​​ເປິ​ສາ​ຫາລື​ອາ​ໂປ​ອາວຈະ​ຈັດ​ຂຶ້ນ​ຢູ່​ແຂ​ຍງ​ໄຫ​ຫຼຳຂອງ​ຈີນ, ທ່ານກີຣິວ ​ດີ​ມີ​ຕຣີ​ເຢັຟ ປະທານ​ກອງ​ທຶນການ​ລົງທຶນ​ໂດຍ​ກົງ​ຂອງຣັດ​ເຊຍ​ຈະ​ເຂົ້າ​ຮ່ວມ​ເວທີ​ເປິກສາຫາລື​ໃນ​ຄັ້ງ​ນີ້. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ກ່າວ​ວ່າ, ຈຳນວນ​ກຸ່ມຄົນ​ຊັ້ນ​ກາງຂອງ​ເຂດ​ອາຊີ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ​​ເຊິ່ງໄດ້​ຊຸກຍູ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ປະ​ເທດ​ຢູ່ພາກ​ພື້ນ​ນີ້​ໃຫ້​ເຕີບ​ໂຕ, ການ​ຮ່ວມ​ມືດ້ານ​ການ​ຄ້າ​ແນວ​ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ຂອງ​ການ​ເຕີບ​ໂຕດ້ານ​ເສດຖະກິດ​​ໃນ​ພາກ​ພື້ນນີ້.

ທ່ານ​ດີ​ມີ​ຕຣີ​ເຢັຟ​ເຫັນ​ວ່າ, ທິດ​ບູລິ​ມະ​ສິດ​ຂອງ​ການ​ພັດທະນາ​ເຂດ​ອາຊີ​ຄວນ​​ເປັນ: ພັດທະນາ​ການ​ຮ່ວມ​ມືດ້ານ​ເສດຖະກິດ, ຍົກ​ສູງ​ປະສິດທິພາບການ​ຜະລິດ, ​ເພີ່ມທະວີ​ການ​ລົງທຶນ, ສ້າງ​ໂຄງການພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​ເປັນ​ຕົ້ນ. ທ່ານ​ເຫັນ​ວ່າ, ​ເວທີ​ເປິກສາຫາລື​ອາຊີ​​ໂປ​ອາວຈະ​ກາຍ​ເປັນ​ເວທີ​ສຳຄັນ, ບັນດາ​ຝ່າຍ​ສາມາດ​ຫາລື​ລາຍ​ລະອຽດ​ຂອງ​ການ​ຮ່ວມ​ມື​ສາກົນ​ໃນ​ເວທີ​​ເປິກສາຫາລື​ແຫ່ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ