ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2014 ​​ເລີ່​ມ​ຂຶ້ນ​ໃນ​ວັນ​ທີ 8 ​ເມສາ​ນີ້
2014-04-08 18:10:38  cri 

​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ 2014 ​ໄດ້​ເລີ່​ມຕົ້ນ​ຂຶ້ນໃນ​ວັນ​ທີ 8 ​ເມສາ​ນີ້, ​ໂດຍ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ເສດຖະກິດ​ໃນອາຊີ ​ແລະ ​ໃນ​ທົ່ວໂລກ ​ໂດຍ​ປິ່ນ​ອ້ອມ​ສາມ​ຫົວ​ຂໍ້ຫຼັກ ​ເຊັ່ນ ການ​ປະຕິ​ຮູບ, ການ​ປະດິດ​ສ້າງ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະກ່າວ​ປາຖະກະຖາ​ໃນພິທີ​ເປີດ​ປະຊຸມ​​ທີ່​ຈະ​ຈັດ​ຂຶ້ນວັນ​ທີ 10 ​ເມສາ​ນີ້.

ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ໃນ​ຄັ້ງນີ້​ມີ: ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ, ທ່ານ​ເກຣາລາ ຊານານາ, ນາຍົກລັດຖະມົນຕີຕີ​ມໍ​ເລັສ​ເຕ, ທ່ານຫວູ​ດຶກ​ດາ​ມ, ຮອງ​ນາຍົກລັດຖະມົນຕີຫວຽດນາມ, ທ່ານ​ໂທ​ນີ ອັບ​ໂບດ, ນາຍົກລັດຖະມົນຕີອົສຕຣາລີ ​ແລະ​ຜູ້ນຳ​ຕ່າງປະ​ເທດ​ທ່ານ​ອື່ນໆອີກ.​

ຫົວຂໍ້ຫຼັກ​ຂອງ​ເວທີ​ປຶກສາ​ຫາລື​ຄັ້ງນີ້​ແມ່ນ "ອະນາຄົດ​ໃໝ່​ຂອງ​ອາຊີ: ສະ​ແຫວ​ງຫາ ​ແລະ ປ່ອຍ​ພະລັງ​ແຮງ​ພັດທະນາ​ໃໝ່". ທ່ານ​ໂຈ່​ວ​ເຫວີ​ນຈົ້ງ, ​ເລຂາທິການ​ໃຫຍ່​ເວທີ​ປຶກສາ​ຫາລື ກ່າວ​ວ່າ: ປີ 2014, ອາຊີ​ແລະ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ໃໝ່ຈະ​ຢູ່​ໃນ​ໄລຍະ​ການ​ປະຕິ​ຮູບ​ທີ່​ສຳຄັນ​ຫຼາຍ, ​ເຊັ່ນ ຈີນ, ອິນ​ເດຍ ​ແລະ ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອື່ນໆ​ ລ້ວນ​ແຕ່ສຸມ​ກຳລັງ​​ແຮງຊຸກ​ຍູ້​ວາລະ​ການ​ປະຕິ​ຮູບ. ພາຍ​ໃຕ້​ເບື້ອງຫຼັງຄື​ດັ່ງກ່າວ​ນີ້, ​ເວທີ​ປຶກສາ​ຫາລື​ໄດ້​ກຳນົດ​ເອົາ​ຫົວ​ຂໍ້​ດັ່ງກ່າວ ​ແລະ​ຈັດ​ໃຫ້​ມີກອງ​ປະຊຸມ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ​ 60 ຄັ້ງ.

​ໃນ​ "ບົດ​ລາຍ​ງານກ່ຽວ​ກັບ​ກຳລັງການ​ແຂ່ງຂັນ​ຂອງ​ອາຊີ​ປະຈຳ​ປີ 2014" ທີ່​ເຜີຍ​ແຜ່​ໃນ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ ​ໄດ້​ເຜີຍ​ໃຫ້​ເຫັນ​ວ່າ, ກຳລັງ​ການແຂ່ງຂັນ​ຂອງ​ຈີນ​ພວມ​ຍົກ​ສູງ​ຂຶ້ນຢ່າງ​ໝັ້ນທ່ຽງ, ວິສາຫະກິດ​ຂອງ​ຈີນຈະ​ມີ​ບົດບາດ​​​ສຳຄັນ​ຍິ່ງ​ຂຶ້ນຢູ່​ອາຊີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ