ສື່​ມວນ​ຊົນ​ອາຊີ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຮ່ວມ​ມື​ກັນ​ເພື່ອ​ສະ​ແຫວ​ງຫາຜົນ​ປະ​ໂຫຍ​ດຮ່ວມ​ກັນ
2014-04-09 17:05:56  cri 
"ກອງ​ປະຊຸມ​ໂຕ໊ະ​ມົນຜູ້ນຳ​ສື່​ມວນ​ຊົນ"ປະຈຳ​ປີ 2014 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໂປ​ອາວ​ແຂວງ​ໄຫ​ຫຼຳຂອງ​ຈີນ​ໃນ​ວັນ​ທີ 8 ​ເມສາ​ນີ້. ທ່ານຫງຽວນວັນ​ບິງ, ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ໂທລະພາບ​ດີ​ຈີ​ຕອນ​ແຫ່ງ​ຊາດ​ຫວຽດນາມ​ກ່າ​ວວ່າ, ສື່​ມວນ​ຊົນ​ຂອງ​ອາຊີ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ເຊິ່ງກັນ​ແລະ​ກັນ, ​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຮ່ວມ​ມກັນ.

ຕອນ​ບ່າຍ​ມື້​ດຽວ​ກັນ, ຜູ້ນຳ​ສື່​ມວນ​ຊົນ​​ເກືອບ 20 ທ່ານ​ທີ່​ມາ​ຈາກ 10 ກວ່າ​ປະ​ເທດ​ເຊັ່ນ: ລາວ, ສິງກະ​ໂປ, ຫວຽດນາມ, ກຳປູ​ເຈຍ, ມຽນມາ, ສ.​ເກົາຫຼີ, ອິນ​ເດຍ​ແລະອົສຕຼາລີ​ເປັນ​ຕົ້ນ, ​ໄດ້​ຄົ້ນຄວ້າ​ຫາລື​ກ່ຽວ​ກັບ​ໂອກາດ​ການ​ພັດທະນາ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ສື່​ມວນ​ຊົນ​ໃນ​ຍຸກ​ດີ​ຈີ​ຕອນ, ຜູ້ນຳ​ສື່​ມວນ​ຊົນ​ຫຼາຍ​ທ່ານ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ, ຍ້ອນ​ວ່າມີອຸປະສັກ​ແລະ​ຂໍ້ຈຳກັດ​ຕ່າງໆ, ສື່​ມວນ​ຊົນ​ບາງ​ແຫ່ງ​ຂອງ​ອາຊີ​ຍັງ​ມີ​ບັນຫາ​ການ​​ເຜີຍ​ແຜ່​ຕໍ່​ພາຍ​ນອກ​ມີ​ຄວາມ​ຫຍຸ້ງຍາກ, ຕ້ອງ​​ໄດ້ສະ​ແຫວ​ງຫາ​ການ​ຮ່ວມ​ມືຫຼາຍ​ຝ່າຍ ​ເພື່ອ​ບັນລຸຜົນ​ປະ​ໂຫຍ​ດຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ