ຜູ້ນຳ​ສື່​ມວນ​ຊົນ​ຂອງ​ອາຊີ​ເກືອບ 20 ທ່ານເຕົ້າ​ໂຮມ​ກັນຢູ່​ນະຄອນ​ໂປ​ອາວ​ແຂວງ​​ໄຫ​ຫຼຳຂອງ​ຈີນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະດິດ​ສ້າງ​ໃໝ່​ແລະ​ໜ້າ​ທີ່​ຂອງ​ສື່​ມວນ​ຊົນ​ໃນ​ຍຸກ​ດີ​ຈີ​ຕອນ
2014-04-09 19:02:37  cri 
"ກອງ​ປະຊຸມ​ໂຕ໊ະ​ມົນຜູ້ນຳ​ສື່​ມວນ​ຊົນ"ປະຈຳ​ປີ 2014 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວທີ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ແລະ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໂປ​ອາວ​ແຂວງ​ໄຫ​ຫຼຳຂອງ​ຈີນ​ໃນ​ວັນ​ທີ 8 ​ເມສາ​ນີ້. ຜູ້ນຳ​ສື່​ມວນ​ຊົນ​ເກືອບ 20 ​ທ່ານຂອງ 10 ກວ່າ​ປະ​ເທດຂອງ​ອາຊີ​ທີ່​ມາ​ຈາກສິງກະ​ໂປ, ສ.​ເກົາຫຼີ, ອິນ​ເດຍ, ອົສຕຼາລີ, ລາວ, ມຽນມາ​ແລະ​ກຳປູ​ເຈຍ​ເປັນ​ຕົ້ນ, ​ໄດ້​ຄົ້ນຄວ້າ​ປຶກສາ​ຫາລື​ຢ່າງ​ເຄັ່ງຮ້ອນ​ກ່ຽວ​ກັບການ​ປະດິດ​ສ້າງ​ໃໝ່​ແລະ​ໜ້າ​ທີ່​ຂອງ​ສື່​ມວນ​ຊົນ​ໃນ​ຍຸກ​ດີ​ຈີ​ຕອນ.

​ໃນ​ກອງ​ປະຊຸມ, ທ່ານ​ຫວາງ​ເກີ່ງ​ນຽນ, ຜູ້ອຳນວຍການ​ໃຫຍ່​ວິ​ທະ​ຍຸ CRI ກ່າວ​ວ່າ, ລັດຖະບານ​ຈີນ​ສະ​ເໜີ​ໃຫ້​ສ້າງ "​ເຂດ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ" ທີ່​ຂ້າມ​ເອີ​ລົບ​ອາຊີ ​ແລະ "​ເສັ້ນທາງ​ສາຍ​ໄໝ​​ເທິງ​ທະ​ເລ"ສັດຕະວັດ​ທີ 21, ນີ້​ຈະ​ນຳ​ເອົາໂອກາດ​ໃໝ່​ເຂົ້າ​ໃນການ​ພັດທະນາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຂອງ​ອາຊີ. ທ່ານ​ລິ​ເລີ່​ມ​ໃຫ້​ສື່​ມວນ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ຄວນ​ຊົມ​ໃຊ້​ບົດຮຽນ​ທີ່ສຳ​ເລັດ​ຜົນ, ຮ່ວມ​​ແຮງ​ຮ່ວມ​ໃຈ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ສະ​ແຫວ​ງຫາ​ການຮ່ວມ​ກັນ​ພັດທະນາ​ໂດຍ​ບໍ່​ແບ່ງ​ແຍກ​ປະ​ເພດ​ສື່​ມວນ​ຊົນ, ຄວາມ​ແຕກ​ຕ່າງ​ກັນ​ແລະ​ຄວາມ​ຄ້າຍຄື​ກັນ​ດ້ານ​ວັດທະນະທຳ, ລະດັບ​ສູງ​ແລະ​ຕ່ຳ, ຂະໜາດ​ໃຫຍ່​ແລະ​ນ້ອຍ.

ຂ່າວ​ແຈ້ງວ່າ, ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ວິທະຍຸ CRI ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ລຽບ​ "​ເສັ້ນທາງສາຍ​ໄໝ​ເທິງ​ທະ​ເລ"ຕ່າງໆ​ຄື: ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ປະ​ເທດ​ອາຊີ​ໃຕ້, ປະ​ເທດ​ອາຊີ​ຕາ​ເວັນ​ຕົກ​ແລະ​ອື່ນໆ, ສ້າງ​ເວທີ​ຫຼາຍ​ສື່​ຫຼາຍ​ພາສາ "​ເສັ້ນທາງສາຍ​ໄໝ​ໃໝ່​ເທິງທະ​ເລ", ປະສານ​ສົມ​ທັບ​ກັບ​ສື່​ມວນ​ຊົນ​ທີ່​ສຳຄັນ​ຂອງ​ອາຊີ, ສ້າງ "ພັນທະ​ມິດ​ສື່​ມວນ​ຊົນ​ອາຊີ"ລຽບ "​ເສັ້ນທາງສາຍ​ໄໝ​ເທິງ​ທະ​ເລ​", ຈັດ​ກິດຈະກຳ​ແລ​ກປ່ຽນວັດທະນະທຳ​ສາກົນ​ສື່ມວນ​ຊົນ​ຮອບດ້ານ "​ເສັ້ນທາງສາຍ​ໄໝ​ໃໝ່​ເທິງ​ທະ​ເລ​" ​ແລະກິດຈະກຳ​ອື່ນໆ, ສ້າງ​​ເວທີ​ການ​ຮ່ວມ​ມືສຳ​ລັບ​ສື່​ມວນ​ຊົນ​ສາກົນ​ທີ່​ມີ​ຄຸນຄ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ