ງານ​ວາງສະ​ແດງ​ຮູບ​ຖ່າຍ"ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ"​ໄຂ​ຂຶ້ນ​ຢູ່​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ
2014-04-09 15:03:21  cri 
ວັນ​ທີ 8 ​ເມສາ​ນີ້, ພິທີ​ໄຂ​ງານ​ວາງສະ​ແດງ​ຮູບ​ຖ່າຍ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ" ທີ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ຄະນະ​ໂຄສະນາ​ອົບ​ຮົມແຂວງ​ໄຫ​ຫຼຳ​ແລະ​ສະຖານີ​ວິທະຍຸໂທລະພາບ​ໄຫ​ຫຼຳຮ່ວມ​ກັນ​ຈັດ​ຂຶ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ໂປ​ອາວ​ແຂວງ​ໄຫ​ຫຼຳ.

ທ່ານ​ຫວາງ​ເກິ່ງ​ໜຽນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ເຊິ່ງ​ເປັນ​ເຈົ້າພາບ​ໜຶ່ງ​ຂອງ​ກິດຈະກຳ​ດັ່ງກ່າວ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ກິດຈະກຳ​ໜຶ່ງ​ໃນ​ກິດຈະກຳ​ສື່​ມວນ​ຊົນ​ຕ່າງໆ​ຂອງ "​ເສັ້ນທາງ​ສາຍ​​ໄໝ​ທາງ​ທະ​ເລ​ໃໝ່", ​ເປົ້າ​ໝາຍ​ຂອງງານ​ວາງສະ​ແດງ​ຮູບ​ຖ່າຍ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ" ​ແມ່ນ​​ເພື່ອເພີ່ມ​ການ​ແລກ​ປ່ຽນ​ມິດຕະພາ​ບລະຫວ່າງ​ປະຊາຊົນ​ຂອງ​ໂລກ. ​ໃນ​ອະນາຄົດ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຈະ​ເພີ່ມ​ຮູບ​ການ​ແລະ​ເນື້ອ​ໃນ​ຂອງ​ກິດຈະກຳ​ດັ່ງກ່າວ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຮ່ວມ​ກັບ​ອົງການ​ຈັດ​ຕັ້ງຕ່າງໆ​ເຊັ່ນ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ເປັນ​ຕົ້ນ​ສ້າງ "​ເສັ້ນທາງສາຍ​​ໄໝ​ທາງ​ທະ​ເລ​ໃໝ່" ​ໃຫ້​ເປັນ​ກິດຈະກຳ​ທີ່​ຕິດ​ຕໍ່​ອາຊີ​ແລະ​ກະທົບ​ເຖິງ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ