ນາຍົກ​ຈີນ​ກ່າວ​ປາຖະກະ​ຖາ​ໃນ​ພິທີ​ເປີດ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ
2014-04-10 17:00:33  cri 

ພິທີ​​ໄຂກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫຫຼຳຈີນ​ໃນ​ວັນ​ທີ 10 ​ເມສາ​ນີ້. ​ຫົວ​ຂໍ້ປະຈຳ​ປີ​ 2014 ນີ້ມີ​ຫົວ​ຂໍ້​ວ່າ "ອະນາຄົດ​ໃໝ່​ຂອງ​ອາຊີ: ສະ​ແຫວ​ງຫາ​ແລະ​ປ່ອຍ​ພະລັງ​ແຮງ​ການ​ພັດທະນາ​ໃໝ່". ​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸ​ມ​ໃນ​ຄັ້ງນີ້​ມີ ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ ​ແລະ​ຜູ້ນຳ​ປະ​ເທດ​ອື່ນໆອີກ. ທ່ານຫຼີ​ເຄີ້ສຽງ ​ໄດ້​ກ່າວ​ປາຖະກະຖາ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຮ່ວມ​ກັນ​ບຸກ​ເບີກອະນາຄົດ​ໃໝ່​ແຫ່ງ​ການ​ພັດທະນາ​ອາຊີ.

​ໃນ​ເວລາ​ກ່າວ​ປາຖະກະຖາ, ທ່ານຫຼີ​ເຄີ້ສຽງ ຊີ້​ອອກ​ວ່າ: ​ຫົວ​ຂໍ້​ຂອງເວທີ​ປຶກສາ​ຫາລື​ປີ​ນີ້​ມີ​ລັກສະນະຈຸດ​ສຸມ​ທີ່​ຕິດ​ແທດ​ຕົວ​ຈິງ​ທີ່​ສຸດ, ນີ້​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ອາຊີ​ແລະ​ທົ່ວ​ໂລກ. ທ່ານ​ມີ​ຄວາມ​ເຫັນ 3 ຂໍ້​ຄື​ດັ່ງ​ນີ້:

1, ຍຶດໝັ້ນທິດ​ທາງການ​ພັດທະນາ​ຮ່ວມ​ກັນ, ຜູກ​ພັນ​ເປັນປະຊາ​ຄົມ​ຜົນ​ປະ​ໂຫຍ​ດອາຊີ.
2, ສ້າງ​ເປັນ​ພາກສ່ວນ​ໃຫຍ່​ແຫ່ງ​ການ​ພັດທະນາ​ແບບ​ເຊື່ອມ​ໂຍງ​ເຂົ້າກັນ, ​ເພື່ອ​ໃຫ້​ກາຍ​ເປັນ​ປະຊາ​ຄົມ​ຊະ​ຕາ​ກຳ​ອາຊີ.
3, ປົກ​ປັກ​ຮັກສາສະພາບ​ແວດ​ລ້ອ​ມ​ໃຫຍ່​ແຫ່ງ​ກາ​ນພັດທະນາ​ໂດຍ​ສັນຕິ, ສ້າງ​ປະຊາ​ຄົມ​ຄວາມ​ຮັບຜິດຊອບ​ອາຊີ.

ທ່ານຫຼີ​ເຄີ້ສຽງ ກ່າວ​ເນັ້ນວ່າ: ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ເດີນ​​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ມີ​ໄມຕີ​ຈິດ​ມິດຕະພາບ​ກັບປະ​ເທດ​ອ້ອມ​ຂ້າງ. ຈີນ​ລ້ວນ​ແຕ່​ຈະ​ສຸມ​ກຳລັງ​ແຮງ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ອັນຕັ້ງໜ້າ​​ໃນ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ; ກ່ຽວ​ກັບ​ການ​ກະທຳ​ທ້າ​ທາຍ​ເກາະ​ຜິດ​ທີ່​ທຳລາຍ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້, ພວກ​ຂ້າພະ​ເຈົ້າຈະ​ໃຫ້ການ​ໂຕ້​ຕອບ​ຢ່າງ​ເດັດຂາດ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ເສລີພາບ​ດ້ານ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້ ພາຍ​ໃຕ້​ຂອບ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ