ຜູ້ອຳນວຍການ​ໃຫຍ່​ຂ່າວສານ​ປະ​ເທດ​ລາວ​: ຄຳ​ປາຖະກະຖາ​ຂອງ​ທ່ານ​ນາຍົກ ຫຼີ​ເຄີ້ສຽງ ​ໃນ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ມີ​ຜົນ​ດີ​ຫຼາຍຕໍ່​ການ​ຊຸກ​ຍູ້​ຄວາມ​ກ້າວໜ້າ​ຮ່ວມ​ກັນ​ຂອງ​ບັນດາ​ປະ​ເທດ​ອາຊີ
2014-04-10 19:34:19  cri 

​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ 2014 ​ໄດ້​ເລີ່​ມຕົ້ນຂຶ້ນຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫຫຼຳຈີນ​ໃນ​ຕອນ​ເຊົ້າວັນ​ທີ 10 ​ເມສາ​ນີ້. ທ່ານ​ສູນ​ທອນ ຄັນທະ​ວົງ, ຜູ້ອຳນວຍການ​ໃຫຍ່​ສຳນັກຂ່າວສານ​ປະ​ເທດລາວ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ກ່ຽວ​ກັບ​ຄຳ​ປາຖະກະຖາ​ຂອງ​ທ່ານ ຫຼີ​ເຄີ້ງສຽງ, ນາຍົກລັດຖະມົນຕີຈີນ​ ທີ່​ກ່າວໃນພິທີ​ໄຂ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ໃນຄັ້ງນີ້, ​ໂດຍ​ກ່າວ​ວ່າ:

"ຄຳ​ປາຖະກະຖາ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ້ສຽງ ທີ່​ກ່າວ​ໃນ​ກອງ​ປະຊຸມ​ປະຈຳ​ປີ 2014 ຄັ້ງນີ້ ​ໄດ້​ສະ​ເໜີ​ຍຸດ​ທະ​ສາດທີ່​ສຳຄັນ​ກ່ຽວ​ກັບ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ບັນດາ​ປະ​ເທດ​ອາຊີ, ມີ​ຜົນ​ດີຫຼາຍຕໍ່​ການ​ຊຸກ​ຍູ້ຄວາມ​ກ້າວໜ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ອາຊີ, ສະນັ້ນຈຶ່ງ​ມີ​ຄວາມ​ສຳຄັນຫຼາຍ. ທ່ານ​ສະ​ເໜີວ່າ ບັນດາ​ປະ​ເທດ​ອາຊີ​ຄວນ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ, ​ເຊິ່ງຈຸດ​ນີ້​​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ຖ້າວ່າ​ພວກ​ເຮົາ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ສະພາບ​ແວດ​ລ້ອມ​ການ​ພັດທະນາ​ໄດ້, ກໍ​ບໍ່​ອາດ​ສາມາດ​ແລກປ່ຽນ​ກັນ​ໄດ້, ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ໄດ້ ​ແລະ​ຮ່ວມ​ກັນກ້າວ​ເດີນ​ໄປ​ໜ້າ​ໄດ້. ສະນັ້ນ, ການ​ຮ່ວມ​ກັນ​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ, ​ແກ້​ໄຂບັນຫາ​ທີ່​​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ບັນລຸການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ​ແລະ ລົບ​ລ້າງ​ຄວາມ​ເຫັນ​ທີ່​ຂັດ​ແຍ້​ງກັນ, ອຳນວຍ​ຄວາມ​ສະດວກ​ເຊິ່ງກັນ​ແລະ​ກັນ​ດ້ານ​ບຸກຄະລາ​ກອນ ​ແລະ ​ເຕັກນິກ, ພວກ​ເຮົາ​ຈຶ່ງ​ຈະສາມາດພັດທະນາ​ຮ່ວມ​ກັນ​ໄດ້."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ