ຜູ້​ຊ່ຽວຊານກ່າວ​ວ່າ ຄຳ​ປາຖະກະຖາ​ຂອງ​ທ່ານ​ນາຍົກ ຫຼີ​ເຄີ້ສຽງ ທີ່​ກ່າວ​ໃນ​​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄວາມ​ຄິດ​ໃໝ່​ຂອງ​ລັດຖະບານ​ຈີນ
2014-04-10 20:13:28  cri 

ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ປາຖະກະຖາ​ໃນ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2014 ​ໃນ​ວັນ​ທີ 10 ​ເມສາ​ນີ້, ​​ເຊິ່ງ​ເຮັດ​ໃຫ້​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມີ​ຄວາມ​ສົນ​ໃຈຫຼາຍ. ນັກ​ເສດຖະສາດ ​ເຫັນ​ວ່າ, ຄຳ​ປາຖະກະຖາ​ຂອງ​ທ່ານ ຫຼີ​ເຄີ້ສຽງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄວາມ​ຄິດ​ໃໝ່​ຂອງ​ລັດ​ຖະບານ​ຈີນ.

ທ່ານ​ເສີນ​ເຟິ້ງຢິ່ງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ໂລກ ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປັດຈຸບັນ​ຈີນ ​ກ່າວ​ວ່າ: ​ໃນ​ປາຖະກະຖາ, ທ່ານຫຼີ​ເຄີ້ສຽງ ​ໄດ້​ກ່າວ​ວ່າ ຄວນ​ໃຫ້ບູລິ​ມະ​ສິດຕໍ່ການ​ຮ່ວມ​ມື​ໃນ​ອາຊີ​, ​ຄວາມ​ຈິງ​ແລ້ວ ເຂດ​ການ​ຄ້າ​ເສລີ​ອາຊີ​ປາ​ຊີຟິກກໍ​​ໄດ້​ກວມ​ເຖິງ​ບັນດາສະມາຊິກ​ຂອງສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ມະຫາ​ສະໝຸດ​ປາຊີ​ຟິກ ຫຼື TPP ​ແລະ 21 ສະມາຊິກຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກທັງ​ໝົດ​ແລ້ວ, ນີ້​​ເປັນ​ຄຳ​ສະ​ເໜີ​ໃໝ່​ແລະ​ກໍ​ເປັນ​ການ​ປະດິດ​ສ້າງ​ເຊັ່ນ​ກັນ.

ທ່ານ​ຫວາງ​ຈິ່ນ, ຮອງ​ຫົວໜ້າ​ພະ​ແນ​ກຄົ້ນຄວ້າ​ແລະທີ່​ປຶກສາ ສູນ​ແລກປ່ຽນດ້ານ​ເສດຖະກິດ​ສາກົນ​ຈີນ ກ່າວ​ວ່າ: ຄຳ​ປາ​ຖະກະຖາ​ຂອງ​ທ່ານ ຫຼີ​ເຄີ້ສຽງ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ ​ໄດ້​ຊີ້​ແຈງ​ທັດສະນະ​ຄະຕິ​ດ້ານ​ການ​ປົກຄອງ​ຂອງ​ລັດຖະບານ​ຈີນ​ຢ່າງ​ຈະ​ແຈ້ງ, ​ໃນ​ຂະນະ​ທີ່​​ໃຫ້​ຄວາມ​ສຳຄັນ​ຕໍ່ຄວາມ​ກໍ້າກິ່ງ​ກັນ​ດ້ານ​ປະລິມານ​ຂອງ​ເສດຖະກິດນັ້ນ, ​ໄດ້ໃຫ້​ຄວາມສຳຄັນຕໍ່​ຄຸນ​ນະພາ​ບຂອງ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ພັດທະນາຢ່າງ​ປອດ​ໃສ​ໃນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ ຫຼາຍຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ