ຜູ້​ອໍາ​ນວຍ​ການ​ວິທະຍຸ​ແຫ່ງ​ຊາດ​ກໍາປູ​ເຈຍ​ກ່າວ​ວ່າ, ວິທະ​ຍຸມິດຕະພາບ​ກໍາປູ​ເຈຍ-ຈີນ​ໄດ້ກາ​ຍ​ເປັນ​ປ້ອງ​ຢ້ຽມ​ທີ່​ດີ​ທີ່​ສຸດ​ສໍາລັບ​ປະຊາຊົນ​ກໍາປູ​ເຈຍ​ໃນ​ການຊອກ ​ຮູ້​ປ​ະ​ເທດ​ຈີນ
2014-04-10 11:17:57  cri 

ວັນ​ທີ 9 ​ເມສາ​ນີ້, ​ໃນ​ເວລາ​​ໃຫ້ສໍາ​ພາດ​ຕໍ່​ນັກຂ່າວ CRI, ທ່ານ​ຕານ ຢານ, ​ຜູ້​ອໍາ​ນວຍ​ການວິທະຍຸ​ແຫ່ງ​ຊາດ​ກໍາປູ​ເຈຍທີ່​ກໍາລັງ​ເຂົ້າ​ຮ່ວມ​"ກອງ​ປະຊຸມ​ໂຕະມົນ​ຜູ້​ນໍາ​ສື່​ມວນ​ຊົນ"ຂອງ​ກອງ​ປະຊຸມ​ປະ​ຈໍາປີ 2014 ​ເວທີ​ປຶກສາ​ຫາລື​ອາຊີ​ໂປອາວ​ອາຊີ​ກ່າວ​ວ່າ, ວິທະ​ຍຸມິດຕະພາບ​ກໍາປູ​ເຈຍ-ຈີນ​ໄດ້ກາ​ຍ​ເປັນ​ປ້ອງ​ຢ້ຽມ​ທີ່​ດີ​ທີ່​ສຸດ​ສໍາລັບ​ປະຊາຊົນ​ກໍາປູ​ເຈຍ​ໃນ​ການ​ຊອກ​ຮູ້​ປ​ະ​ເທດ​ຈີນ.

ທ່ານ​ຕານ ຢານກ່າວ​ວ່າ, ວິທະ​ຍຸມິດຕະພາບ​ກໍາປູ​ເຈຍ-ຈີນມີ​ຜູ້​ຟັງ​ຈໍານວນ​ຫຼວງ​ຫຼາຍ ​ແລະ​ຈໍານວນ​ຜູ້​ຟັງ​ຍັງ​ພວມເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຜູ້​ຟັງ​ມັກ​ລາຍການທີ່​ມີ​ເນື້ອ​ໃນ​ອັນ​ອຸດົມສົມບູນ​ແລະ​ມີ​ຮູບ​ການຫຼາຍຢ່າງຫຼາຍ​ແນວ​ຂອງວິທະ​ຍຸມິດຕະພາບ​ກໍາປູ​ເຈຍ-ຈີນ. ວິທະ​ຍຸມິດຕະພາບ​ກໍາປູ​ເຈຍ-ຈີນ​ເປັນ​ການ​ສືບ​ທອດ​ ​ມິດ​ຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ກໍາປູ​ເຈຍ​ກັບ​ຈີນ ທັງ​ເປັນ​ແບບຢ່າງ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ