ໃນ 5 ປີ​ຕໍ່ໜ້າ​ນີ້ ​ເສດຖະກິດ​ຈີນ​ຍັງ​ມີ​ຄວາມ​ຫວັງ​ທີ່​ຈະ​ເພີ່ມ​ຂຶ້ນ​ໃນ​ຈັງຫວະ 7% ຮອດ 8%
2014-04-10 10:04:18  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ​ເມສາ​ນີ້ ​ໃນ​​ເວທີ​ປຶກສາ​ຫາລື​​ໃນ​ຫົວ​ຂໍ້ "​ເບິ່ງ​ເສດຖະກິດ​ອາຊີ 2014: ສົນທະນາ​ກັບ​ກຳມະການ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ" ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ທ່ານ​ເຈິ່ງ​ເພີຍຢຽນ ຮອງ​ປະທານ​ຄະນະ​ກຳມະການ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ຫົວໜ້າຜູ້ຕາງໜ້າຝ່າຍ​ຈີນ ​ໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ເສດຖະກິດ​ໂລກ​​ແລະ​ສະຖານະ​ການ​ເສດຖະກິດ​ຂອງ​ຈີນ​ໃນ​ປັດຈຸບັນ.

    ທ່ານ​ເຈີ່​ງ​ເພີຍຢຽນ​ກ່າວ​ວ່າ, ​ເມື່ອ​ໄດ້​ພັດທະນາ​ດ້ວຍ​ຄວາມ​ໄວ​ສູງ​ເປັນ​ເວລາ 30 ກວ່າ​ປີ​ແລ້ວ, ​ເສດຖະກິດ​ຈີນ​ໄດ້​ເຂົ້າສູ່​ໄລຍະ​ທີ່​ປ່ຽນ​ຈັງຫວະ, ໜ້າ​ທີ່​ຕົ້ນຕໍ​ໃນ​ຂົງ​ເຂດ​ເສດຖະກິດ​ແມ່ນ​ປ່ຽນ​ແປງ​ຮູບ​ການ​ພັດທະນາ, ຍົກ​ສູງ​ລະດັບ​ແລະ​ປັບປຸງ​ອົງ​ປະກອບ​ໃຫ້​ດີ​ຂຶ້ນ, ​ປັດຈຸບັນ, ​ເສດຖະກິດ​ຂອງ​ຈີນ​ຍັງ​ຄົງ​ຮັກສາ​ຄວາມ​ມີ​ຊີວິດ​ຊີວາ​ຢູ່​ຄື​ເກົ່າ, ສະນັ້ນ ​ໃນ 5 ປີ​ຕໍ່ໜ້າ​ນີ້ ຍັງ​ມີ​ຄວາມ​ຫວັງ​ທີ່​ຈະ​ບັນລຸ​ຈັງຫວະ​ເຕີບ​ໂຕ​​ແຕ່ 7% ຫາ 8%.

    ທ່ານ​ເຈີ່​ງ​ເພີຍຢຽນກ່າວ​ວ່າ, ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ​ເສ​ດຖະກິດ​ໂລກ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ໃໝ່​ຈຳນວນ​ໜຶ່ງ. ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​ໄດ້​ຟື້ນ​ຟູ​ໃຫ້​ດີ​ຂຶ້ນ​ໃນ​ລະດັບ​ທີ່​ຕ່າງ​ກັນ, ​​ໃນ​ນັ້ນ ເສດຖະກິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ມີ​ວີ​ແວວ​ພົ້ນ​ເດັ່ນ​ກວ່າ​ໝູ່​ທີ່​ເສດຖະກິດ​ຟື້ນ​ຟູ​ການ​ພັດທະນາ; ສ່ວນ​ຈັງຫວະ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງອົງ​ກອນ​ທີ່​ຈະ​ເລີ​ນ​ໃໝ່​ໄດ້​ຊ້າ​ລົງ​ໂດຍ​ລ​ວມ. ສະນັ້ນ ​ເບິ່ງ​ລວມ​ແລ້ວ​ເຫັນ​ວ່າ ​ເສ​ດຖະກິດ​ຂອງ​ໂລກ​ໄດ້​ມີ​ສະຖານະ​ການ​ທີ່​ມີ​ການ​​​ເຕີບ​ໂຕ​ຢ່າງ​ດຸນ​ດ່ຽງ​ກັນ​ໂດຍ​ທຽບ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ