ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ນາຍົກລັດຖະມົນຕີ ສ. ​ເກົາຫຼີ
2014-04-11 10:20:30  cri 
ຕອນ​ບ່າຍ​ວັນ​ທີ 10 ​ເ​ມສາ​ນີ້, ຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫຫຼຳຂອງ​ຈີນ, ທ່ານ​ຫຼີເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານຈູງ​ຮົງ​ວົນ ນາຍົກລັດຖະມົນຕີສ ເກົາ​ຫຼີ​ທີ່​ເດີນ​ທາງ ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ 2014 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປອາວ.

ທ່ານຫຼີເຄີ້ສຽງ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບສ ​ເກົາຫຼີ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ສຶກສາ, ​ວິທະຍາສາດ​ເຕັກນິກ, ວັດ​ທະ​ນະ​ທຳ, ການທ່ອງທ່ຽວ​ແລະ​ອື່ນໆ. ປັດຈຸບັນ, ​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ-ສ ​ເກົາຫຼີ ​ໄດ້​​ເຂົ້າ​ສູ່​ໄລຍະທີ່​ສຳຄັນ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​​ເລັ່ງລັດ​ຂະ​ບວນການ​ເຈລະຈາ, ​ເພື່ອ​ບັນລຸ​ການ​ເຊັນສັນຍາ​ທີ່​ມີ​ຄວາມ​ດຸນ​ດ່ຽງ​​ໂດຍ​ລວມ​ໃນ​ດ້ານ​ຜົນ​ປະ​ໂຫຍ​ດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານຈຸ​ງຮົງ​ວົນກ່າວ​ວ່າ, ຝ່າຍສ ​ເກົາຫຼີ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ຜູ້ນຳ​ສອງ​ປະ​ເທດ​ໄດ້​ຕົກລົງ​ຮ່ວມ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ, ​ເລັ່ງລັດ​ຊຸກຍູ້​ຂະ​ບວນການ​ເຈລະຈາ​​ເ​ຂດການ​ຄ້າ​ເສລີ​ສ ​ເກົາຫຼີ-ຈີນ, ຊຸກຍູ້​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​​ໃຫ້ມີ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບສະຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ອີກດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ