ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ສະມາຊິກຄະນະ​ກຳມະການ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ
2014-04-11 10:32:29  cri 
ວັນ​ທີ 10 ​ເມສາ​ນີ້ ຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫ​ຫຼຳຈີນ, ທ່ານຫຼີເຄີ້ສຽງ ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ສະມາຊິກ​ຄະນະ​ກຳມະການເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ.

ທ່ານ​ຫຼີ້​ເຄີ້ສຽງ​ຊີ້​ອອກ​ວ່າ, ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ ໃນ​ໄລຍະ13 ປີ​ມາ​ນີ້, ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ປະກອບສ່ວນ​ອັນ​ພິ​ເສດ​ເພື່ອ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ, ​ແລະ​ເພື່ອຊຸກຍູ້​ການ​ພັດທະນາ​ຂອງ​ຈີນ​ແລະ​ອາຊີ. ລັດຖະບານ​ຈີນ​ຈະປະຕິບັດ​ຄື​ທີ່​ເຮັດ​ຜ່ານ​ມາ​ໃນ​ການ​ສະໜັບສະໜູນ​ເວທີ​ປຶກສາ​ຫາລື​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຂຶ້ນ, ​ແລະ​ຍິນ​ດີ​ໃຊ້​ໂອກາດ​ເວທີ​ປຶກສາ​ຫາລື​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ.

ສະມາຊິກ​ຄະນະ​ກຳມະການເວທີ​ປຶ​ກສາ​ຫາລື​ອາຊີ​ໂປ​ອາວ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ລັດຖະບານ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ແກ່​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ​ແລະ​ກ່າວ​ວ່າ,​ເວທີ​ປຶກສາ​ຫາລື​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ, ​ເຊີດ​ຊູ​ຈຸດປະສົງ​ຂອງ​ເວທີ​ປຶກສາ​ຫາລື, ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຈີນ,ອາຊີ ກໍ່​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ