ອະດີດ​ຮອງ​ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ ຈີນ​ບໍ່​ເຄີຍ​​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະ​ເທດ​ອາຊີ​ແຕ່​ຢ່າງ​ໃດ
2014-04-11 10:47:34  cri 
ວັນ​ທີ 10 ​ເມສາ​ນີ້, ທ່ານສຸຣະກຽດ ສະຖຽນໄທ ອະດີດ​ຮອງ​ນາຍົກລັດຖະມົນຕີ​ໄທ​ທີ່​ກຳລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ 2014 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ​ໂດຍ​ກ່າວ​ວ່າ, ຈີນ​ບໍ່​ເຄີຍ​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະ​ເທດ​ອາຊີ​ແຕ່​ຢ່າງ​ໃດ.

ທ່ານ​ສຸຣະກຽດກ່າວ​ວ່າ, ລັດຖະບານ​ຈີນ​ເພີ່ມ​ງົບປະມານ​ການ​ທະຫານ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ເອງທັງ​ນັ້ນ. ທ່ານ​ກ່າວ​ວ່າ, ຜູ້ນຳ​ຈີນ​ໄດ້​ກ່າວ​ຢ້ຳມາ​ຫຼາຍ​ເທື່​ອ​ແລ້ວ​ວ່າ, ຈີນ​ພັດທະນາ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຈະ​ບໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຝ່າຍ​ໃດ​ໜຶ່ງ.

ມັນ​ເດັ່ນ​ຊັດ​ແລ້ວ​ວ່າ,ປະຫວັດສາດ​ໃນ 10 ກວ່າ​ປີ​ທີ່​ຜ່ານ​ມາ​ໄດ້​ໃຫ້​ຮູ້​ວ່າ, ສິ່ງ​ທີ່​ຈີນ​ສົ່ງ​ເສີມ​ພຽງ​ຢ່າງ​ດຽວ​ກໍ່​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ສັງຄົມ. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ, ຈີນ​ບໍ່​ເຄີຍ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ອາຊີ​ໃດ​ໜຶ່ງ​ໃນ​ຜ່ານ​ມາ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ