ນາຍົກ​ລາວ​ຕີລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ກອງ​ປະ​ຊຸມ​ເວທີ​ປຶກສາ​ຫາລືອາຊີ​ໂປອາວໂປ​ອາວ ປີ2014
2014-04-11 17:20:43  cri 

ຕອນ​ເຊົ້າ​ວັນ​ທີ 11 ​ເມສາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI, ທ່ານ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປອາວໂປ​ອາວ, ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ສື່​ມວນ​ຊົນ, ​ງານ​ວາງສະ​ແດງ​ຮູບພາບ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ", ປີ​ແລກປ່ຽນ​ວັດທະນະທຳ​ຈີນ-ອາ​ຊຽນ, ​​ແລະ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ມິດ​​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​​ໃກ້​ຄຽງ.

​ໃນ​ເວລາ​ເວົ້າ​ເຖິງ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປອາວໂປ​ອາວ, ທ່ານ​ກ່າວ​ວ່າ: ກອງ​ປະຊຸມ​​ເທື່ອ​ນີ້​ເປັນ​ໂອກາດ​ທີ່​ໃຫ້ບັນດາ​ປະ​ເທດ​ແລະ​ຂົງ​ເຂດ​ອາຊີ​ໄດ້​ແລກ ປ່ຽນ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ,  ​ແລະ​ການ​ພັດທະນາ​ເສດຖະກິດ​ໃຫ້ມີ​ຄວາມ​ເຕີ​ບ​ໂຕ, ​ໂດຍ​ສະ​ເພາະ​ໄດ້ ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ທັດສະນະ, ມາດ​ຕະການ​ຕ່າງໆຂອງ​ປະ​ເທດ​ຈີນ, ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຈີນ​ເຊິ່ງ​ເປັນ​ປະ​ເທດ​ໃຫຍ່​ຈະ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ອາຊີໄດ້​ຖອດ​ຖອນບົດຮຽນ​ແລະ​ຮ່ຳຮຽນ​ນຳ. ບົດຮຽນ​ຂອງ​ຈີນ​ໃນ​ການ​ພັດທະນາ​ເສດຖະກິດ​ທີ່​ເຮັດ​ໃຫ້​ປະ​ເທດ​ຈີນ​ຮັ່ງມີ​ເຂັ້ມ​ແຂງຂຶ້ນ​ໄວ​ທີ່​ສຸດ, ຈະເປັນ​ບົດຮຽນ​ອັນ​ປະ​ເສີດ​ແລະ​ເປັນ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ປະ​ເທດ​ຢູ່​ໃນ​ອາ​ຊຽນ. ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ນີ້ເປັນ​ກອງ​ປະຊຸມ​ປະຈຳ​ປີ​ທີ່​ມີ​ຫົວ​ຂໍ້​ພິ​ເສດ​ເພື່ອ​ການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ, ​ພິ​ເສດ​ແມ່ນ​ໄດ້​ເອົາ​ທັດສະນະ​ຂອງ​ພະນະ​ທ່ານ​ສີ​ຈີ້​ນພີ​ງມາ​ປຶກສາ​ຫາລື​ແມ່ນ​ເສັ້ນທາງສາຍໄໝ​.

​ໃນ​ເວລາ​ເວົ້າ​ເຖິງ​ "ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ສື່​ມວນ​ຊົນ" ​ແລະ​ງານ​ວາງສະ​ແດງ​ຮູບ​ພາບ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ", ທ່ານ​ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ມີການ​ກະກຽມ​ດີ​ເລີ​ດ, ​​ໂດຍ​ສະ​ເພາະ​ແມ່ນພາຫະນະ​ສື່​ມວນ​ຊົນ, ​ໄດ້​ຜັນ​ຂະຫຍາຍ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໄວ, ​ເປັນ​ການ​ໂຄສະນາ​ໃຫ້​ທຸກ​ປະ​ເທດ​ອາຊີ​ກໍ່​ຄື​ໃນ​​ໂລກ​ໄດ້​ເຂົ້າ​ໃຈ​ບົດບາດ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້.

ໃນ​ເວລາ​ເວົ້າ​​ເຖິງ​ປີ​ແລກປ່ຽນ​ວັດທະນະທຳ​ຈີນ-ອາ​ຊຽນ, ທ່ານ​ກ່າວ​ວ່າ: ປີ2014​ເປັນ​ປີ​ທີ່​ຈະ​ມີ​ການ​ແລກປ່ຽນ​ວັດທະນະທຳລະຫວ່າງ​ອາ​ຊຽນກັບ​ຈີນ, ​ໂດຍ​ສະ​ເພາະສປຈີນ​ກັບສປປລາວ​ໄດ້​ມີ​ສາຍ​ພົວພັນ​ເຄີຍ​ໄດ້​ແລກປ່ຽນສິລະ​ປະວັນນະຄະ ດີ, ການ​ໄປ​ມາ​ຫາ​ສູ່, ​ແລະ​ກໍ່​ໄດ້​ຈັດ​ງານ​ວາງສະ​ແດງຮ່ວມ​ກັນ​ມາ​ຫຼາຍ​ຄັ້ງ​ແລ້ວ, ສະ​ນັ້ນ​ໃນ​ໂອກາດປິ2014ນີ້​ຈະ​​ເປັນ​ໂອກາດ​ດີ​ຕື່ມ​ອີກ​ເຮັດ​ໃຫ້ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາໄດ້​ຜັນ​ຂະຫຍາຍ​​ແລະໄດ້​ຈັດ​ຕັ້ງ​ປະຕິບັດ​ຫຼາຍ​ກິດຈະການ​ໃຫ້​ມີ​ຊີວິດ​ຊີວາ, ສຳລັບ​ລາວ, ​ເປັນ​ປີ​ທີ່ຈະ​ກຽມ​ໃສ່​ຄົບຮອບ60​ປີ​ວັນ​ສ້າງ​ຕັ້ງ​ພັກ, 40ປີ​ວັນ​ສະຖາປະນາ​ສປປລາວ,  ການ​​ແລກປ່ຽນສິນລະປະ​ວັດທະນະທຳ​ລະ​ຫວ່າງ​ສອງ​ປະ​ເທດ​ຍິ່ງ​ຈະ​ເປັນ​ໂອກາດ​ຊຸກຍູ້ການ​ຮ່ວມ​ມື​ກໍ່​ຄື​ການສະ​ເຫຼີ​ມສອງ​ປະຫວັດສາດ​ດັ່ງກ່າວ.

ສຸດ​ທ້າຍ, ທ່ານ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່​ນະ​ໂຍບາຍ​ເປັນ​ມິດ​ແລະ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ໃກ້​ຄຽງ​ຂອງ​ຈີນ ​ໂດຍ​ກ່າວ​ວ່າ: ຈີນຍາມ​​ໃດ​ກໍ່​ຍຶດໝັ້ນ​​​ໃນແນວ​ທາງ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ແລະ​ເປັນ​ມິດ​ກັບ​ທຸກ​ປະ​ເທດ, ຮັກສາສັນຕິພາບ, ມິດ ຕະພາບ​ແລະ​ການ​ຮ່ວມ​ມື, ພະຍາຍາມ​ປົກ​ປ້ອງອະທິປະ​ໄຕ​ຂອງ​ຕົນຕາມ ທັດສະນະ​ທີ່​ປຶກສາ​ຫາລື​​ເຄົາລົບ​ເອກະລາດອະທິປະ​ໄຕ​ຂອງ​ບັນດາ​ປະ​ເທດ, ອັນ​ນີ້​ຂ້າພະ​ເຈົ້າເຫັນ​ວ່າ​ຖືກຕ້ອງ, ສຳລັບ ສປປ ລາວ​ຍາມ​ໃດ​ກໍ່​ສະໜັບສະໜູນ​ທັດສະນະປະ​ເທດ​ຈີນ​ດຽວຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ