ນະຄອນ​ຢາງ​ກຸ້ງ​ຂອງ​ມຽນມາສະ​ຫຼອງບຸນ​ຫົດ​ນ້ຳ​ຢ່າງ​ຄຶກຄື້ນ​ມ່ວນຊື່ນ
2014-04-14 14:37:27  cri 

ນະຄອນ​ຢາງ​ກຸ້ງ​ຂອງ​ມຽນມາ​ໄດ້​ຈັດ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ຫົດ​ນ້ຳ​ເປັນ​ເວລາ 4 ວັນ​ເລີ່​ມ​ແຕ່​ວັນ​ທີ 13 ​ເ​ມສາ​ນີ້​ເປັນ​ຕົ້ນ​ມາ.

ບຸນ​ຫົດ​ນ້ຳ​​ແມ່ນ​ບຸນ​ປະ​ເພນີ​ຂອງ​ປະຊາຊົນ​ມຽນມາ​ແລະ​ປະຊາຊົນ​ຫຼາຍ​ປະ​ເທດ​ໃນ​ອາ​ຊຽນ, ທຳ​ມະ​ດາ​ຈັດຢູ່​ກາງ​​ເດືອນ​ເມ​ສາ​ຕາມ​ທີ່​ເຄີຍ​ປະ​ຕິ​ບັດ​ມາ, ​ໂດຍ​ທົ່ວ​ໄປ​ຈະ​ສະຫຼອງ​ເປັນ​ເວລາ 3 ຫາ 4 ວັນ. ຕາມ​ຮີດຄອງ​ປະ​ເພນີ​ຂອງ​ມຽນມາ​ແລະ​ຊາວ​ອາ​ຊຽນ, ​ໃນ​ໄລຍະບຸນ​ຫົດ​ນ້ຳ, ບໍ່​ວ່າ​ເຖົ້າ​ແກ່​ຍິງ​ຊາຍ​ນ້ອຍ​ໃຫຍ່,ລ້ວນ​​ແຕ່​ສາມາດ​ຫົດ​ນ້ຳ​ກັນ​,ມີ​ຄວາມ​ໝາຍວ່າສະ​ສາງ​ລ້າງ​ສວາຍ​ສິ່ງ​ເກົ່າທີ່​ບໍ່​ດີ​ອອກ​ໄປ​ເພື່ອ​ຕ້ອນຮັບ​ປີ​ໃໝ່, ​​ເພາະວ່າ​ນ້ຳ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ເປັນ​ສິລິ​ມຸງຄູນ​ແລະ​ຄວາມສຸກ. ການ​ແຫ່​ຂະ​ບວນລົດ​ຫົດ​ນ້ຳ​ເປັນຈຸດເດັ່ນ​ໃນ​ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ຫົດ​ນ້ຳ​ຢູ່ນະ​ຄອນຢາງກຸ້ງ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ