ການວາງສະ​ແດງວິທະຍຸ​ມິດຕະພາບ​ຈີນ-ກຳປູ​ເຈຍ​ຂອງCRI​ໃນ​ກິດຈະກຳ​ປີ​ໃໝ່​ ອັງ​ກໍ​ສົງການ ຢູ່ກຳ​ປູ​ເຈຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ
2014-04-14 15:35:16  cri 
ວິທະຍຸ​ມິດຕະພາບ​ຈີນ-ກຳປູ​ເຈຍ​ທີ່​ຮ່ວມ​ກັນ​ດຳ​ເນີນ​ທຸລະ​ກິດ​ໂດຍ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ​ແລະ​ວິທະຍຸ​ແຫ່ງ​ຊາດ​ກຳປູ​ເຈຍ​ເລີ່​ມ​ເປີດ​ກິດຈະກຳ​ວາງສະ​ແດງ​ໂຄສະນາ ວິທະຍຸ​ມິດຕະພາບ​ຈີນ​-ກຳປູ​ເຈຍ​ຢູ່​ໃນ​ກິດຈະກຳ​ສະຫຼອງ​ປີ​ໃໝ່ "ອັງ​ກໍ​ສົງການ"ຢູ່​​ແຫຼ່ງທ່ອງ​ທ່ຽວ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ອັງ​ກໍ​ວັດ​ແຂວງ​ຊຽມລຽບ​ຂອງ​ກຳປູ​ເຈຍ. ວິທະຍຸ​ມິດຕະພາບ​ຈີນ​-ກຳປູ​ເຈຍ​​ເປັນ​ສື່​ມວນ​ຊົນ​ພຽງດຽວ​ທີ່​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ກິດຈະກຳ​ສະຫຼອງ​ປີ​ໃໝ່ "ອັງ​ກໍ​ສົງການ"​ໃນ​ຄັ້ງ​ນີ້.

ຕອນ​ແລງວັນ​ທີ 13 ​ເມສາ​ນີ້, ​ເວທີ​ວາງສະ​ແດງ​ຂອງ​ວິທະຍຸ​ມິດຕະພາບ​ຈີນ-ກຳປູ​ເຈຍ​ໄດ້​ຕ້ອນຮັບ​ແຂກ​ຜູ້​ມີ​ກຽດຫຼາຍ​ທ່ານເຂົ້າ​ຮ່ວມ​ເຊັ່ນ​ທ່ານ​ຊົກ​ອັນ ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ນາງ​ປູ້​ຈ້ຽນ​ໂກວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ, ທ່ານ​ຮຸນ​ມາ​ນີ ປະທານ​ສະຫະພັນ​ຊາວ​ໜຸ່ມ​ກຳປູ​ເຈຍ, ​ເຈົ້າ​ແຂວງ​ແຂວງ​ຊຽມລຽບ​ແລະ​ທ່ານ​ອື່ນໆ. ​ແຂກ​ຜູ້​ມີ​ກຽດ​ທີ່​ມາ​ຮ່ວມເປັນ​ເອກະສັນ​ກັນ​​ວ່າ, ຫວັງ​​ໃຫ້​ວິທະຍຸ​ມິດຕະພາບ​ຈີນ​-ກຳປູ​ເຈຍ​ ​ເສີມ​ຂະຫຍາຍ​ບົດບາດ​ອັນ​ພິ​ເສດ​ຂອງ​ຕົນ, ​ໃນ​ຂະນະ​ທີ່​ຖ່າຍ​ທອດ​ວັດທະນະ​ທຳ​ຈີນ​ນັ້ນ, ຍັງ​ສາມາດ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ກຳປູ​ເຈຍ​ຕໍ່​ປະຊາຊົນ​ຈີນ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ກຳປູ​ເຈຍ​ໃຫ້​ຫຼາຍຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ