ສອງຝ່າຍ​ທີ່​ມີຄວາມ​ຂັດ​ແຍ້​ງກັນທາງ​ການ​ເມືອງ​ຂອງ​ໄທ​ຍຸດຕິ​ການ​ເປັນ​ປໍ​ລະ​ປັກ​ກັນ​ເປັນ​ກາ​ນຊົ່ວຄາວ​ເພື່ອ​ສະ​ເຫີຼມສະຫຼອງບຸນ​ສົງການ ​
2014-04-14 17:08:29  cri 
ຕາມ​ຂ່າວສານ​ຈີນ: ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸນ​ສົງການຊຶ່ງ​ເປັນ​ບຸນ​ປີ​ໃໝ່​ຕາມ​ພຸດທະ​ສັງກາດ, ​ສອງ​ຝ່າຍ​ທີ່​ມີ​ຄວາມ​ຂັດ​ແຍ້​ງກັນ​ທາງ​ການ​ເມືອງ​ຂອງ​ໄທ​ໄດ້​ຍຸດຕິ​ການ​ເປັນ​ປໍ​ລະ​ປັກ​ກັນ​ທາງ​ການ​ເມືອງ​ທີ່​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງມາ​ເປັນ​ເວລາ​ເກືອບ​ເຄິ່ງປີ​ແລ້ວ.

ວັນ​ທີ 13 ​ເມສາ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ໄດ້​ສະຫຼອງ​ບຸນ​ສົງການບຸນ​ປີ​ໃໝ່​ໄທ​ຢູ່​ຈັງຫວັດ​ຊຽງ​​ໃໝ່, ​ນາງ​ກ່າວ​ຫຼັງ​ພິທີ​ຖວາຍ​ສັງ​ຄະທາ​ນ​ວ່າ, ຫວັງ​ຢາກ​ໃຫ້​​ທົ່ວ​ປວງ​ຊົນ​ຂອງ​ໄທ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທຸກ​ປະການ, ​ເພື່ອ​ຕ້ອນຮັບ​ອະນາຄົດ​ທີ່​ດີງາມ​ທີ່​ປະ​ເທດ​ຊາດ​ແລະ​ປະຊາ​ຊົນ​ຮ່ວມ​ກັນ​ຄອງ​ຄອຍ​ຢູ່.

ວັນ​ທີ 13 ​ເມສາ​ນີ້, ທ່ານ​ສຸ​ເທບ ​ເທືອ​ກສຸບັນ, ​ແກນນຳ "ຄະນະ​ກຳມະການປະຊາຊົນ​ປະຕິ​ຮູບ​ປະຊາ​ທິປະ​ໄຕ​​"ຊຶ່ງ​ເປັນ​ກຸ່ມ​​​ຕໍ່ຕ້ານ​ລັດຖະບານ​ຂອງ​ໄທ​​ໄດ້ຮ່ວມ​ກັບ​ຜູ້​ສະໜັບສະໜູນ​​​ສະ​ຫຼອງ​ບຸນປີ​ໃໝ່​ໄທ​ຢູ່​ສະຖານ​ທີ່​ໂຮມ​ຊຸມນຸມ​ໃນສວນສາທາລະນະ​ລຸ​ມພີ​ນີນະຄອນຫຼວງ​ບາງກອກ. ກ່ອນ​ໜ້າ​ນີ້ ກຸ່ມ​ນີ້​ໄດ້​ຕົກລົງ​ວ່າ, ​ໃນ​ໄລຍະ​ບຸນປີ​ໃໝ່​ໄທ​ຄືແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ​ເມສາ​ນີ້, ຈະ​ບໍ່ຈັດການ​ເຄື່ອນ​ໄຫວ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ແຕ່​ຢ່າງ​​ໃດ, ​ເພື່ອ​ໃຫ້​ປະຊາຊົນ​ໄທ​ສາມາດ​ຫຼິ້ນ​ບຸນປີ​ໃໝ່​ທີ່​ມີ​ຄວາມ​ສະຫງົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ