ນັກ​ສຶກສາ​ອາ​ຊຽນທີ່​ຮຽນ​ຢູ່​ຈີນ​ສະຫຼອງ​ບຸນປີ​ໃໝ່​ຢູ່​ເຂດ​ກວາງຊີ​ຂອງ​ຈີນ
2014-04-14 11:24:55  cri 

ວັນ​ທີ 14, 15, 16 ​ເມສາ​ແມ່ນວັນ​ບຸນ​ປີ​ໃໝ່ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ​​ໃນ​ວັນ​ທີ 13 ​ເມສາ​ນີ້, ນັກ​ສຶກສາ​ຫຼາຍ​ພັນ​ຄົນ​ທີ່​ມາ​ຈາກ​ຈີນ, ຫວຽດນາມ, ລາວ, ມຽນມາ, ອິນ​ໂດ​ເນ​ເຊຍ, ກໍາປູ​ເຈຍ​ແລະ ​ສ.​ເກົາຫຼີ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ມະຫາວິທະຍາ​ໄລ​ກວາງຊີ​ໂດຍ​​ໃສ່​ເຄື່ອງນຸ່ງ​ທີ່​ມີ​ເອກະລັກ​ຂອງ​ປະ​ເທດ​ຕົນ​ ​ເພື່ອ​ສະຫຼອງ​ບຸ​ນປີ​ໃໝ່. ​ເຈົ້າ​ໜ້າ​ທີ່​ຂອງ​ສະຖານ​ກົງສຸນ​ຂອງ​ຫຼາຍ​ປະ​ເທດ​ອາ​ຊຽນປະ​ຈໍາ​ນະຄອນ​ໜານ​ໜິງ​ກໍ​ໄດ້​ເຂົ້າ​ຮ່ວມ​ກິດຈະ​ກໍ​າດັ່ງກ່າວ.

ນັກ​ສຶກສາ​ຂອງ​ປະ​ເທດ​ຕ່າງ​ໆ​ຍັງ​ໄດ້ຈັດການສະ​ແດງ​ວັດ​ທະນະ​ທໍາ​ຢູ່​ໂຮງຮຽນ​ເພື່ອ​ແນະ​ນໍາ​ວັດທະນະ​ທໍາ, ຮີດ​ຄອງ​ປະ​ເພນີ​ແລະ​ເຄື່ອງຫັດຖະກໍາ​ຂອງ​ປະ​ເທດ​ຕົນ. ​ເຂົ້າໜົມ​ອົມ​ຂອງ​ຫວຽດນາມ, ໝາກໝັ້ນ​ດໍາ​ຂອງ​ມຽນມາ, ຕົ້ມ​ຍໍາຂອງ​ໄທ, ກາ​​ເຟຂອງ​ລາວ​ແລະ​ອາຫານ​ຊະນິດ​ຕ່າງໆ​ທີ່​ກະກຽມ​ໂດຍ​ນັກ​ສຶກສາ​ອາ​ຊຽນ ​ໄດ້​ດຶງ​ດູດ​ຄົນ​​ທັງຫຼາຍໄປ​ຊີມ. ນັກ​ສຶກສາ​ຂອງ​ຈີນ​ໄດ້​ສະ​ແດງ​ສິລະ​ປະການ​ຕັດ​ເຈ້ຍ, ວິທີ​ຂຽນ​ງາມ, ການ​ຫຼິ້ນ​ພິນ​ບູຮານ​ຈີນ, ​ແບບ​ແຕ່ງ​ໜ້າ​ຂອງ​ຕົວ​ລະຄອນ​ງິ້ວ​ປັກ​ກິ່ງ, ການ​​ທັກ​​ເຊືອກ​ຈີນ ​ເຊິ່ງ​ໄດ້ດຶງ​ດູດ​ນັກ​ສຶກສາ​ອາ​ຊຽນ​ເຂົ້າ​ຮ່ວມຢ່າງຫຼວງ​ຫຼາຍ.

ທ່ານຢາງ​ເຫວີຍ​​ເຈ່ຍ, ຮອງ​ຫົວໜ້າພະ​ແນ​ກ​ສຶກສາ​ທິການ​ເຂດ​ກວາງຊີ​ຂອງ​ຈີນ​ກ່າວ​ວ່າ, ​ໃນ​ຖານະ​ທີ່​ເປັນ​ດ່ານ​ໜ້າ​ໃນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ເຂດ​ກວາງຊີ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​​ແຂວງຫຼື​ເຂດ​ທີ່ດຶງ​ດູດ​ນັກ​ສຶກສາ​ປະ​ເທດອາ​ຊຽນມາ​ຮຽນ​ຕໍ່ຫຼາຍທີ່​ສຸດ​ຢູ່​ຈີນ. ​ໃນ​ປີ 2013, ລວມມີ​ນັກ​ສຶກສາ​ຂອງປະ​ເທດ​ອາ​ຊຽນຈໍານວນ 8332 ຄົນ​ມາ​ຮຽນ​ຢູ່​ເຂດ​ກວາງຊີ. ປີ​ນີ້​ແມ່ນ​ປີ​ແລກປ່ຽນ​ວັດທະນະ​ທໍາ​ຈີນ-ອາ​ຊຽນ, ​ເຂດ​ກວາງຊີ​ຈະ​ສ້າງ​ການ​ພົວພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ແລະ​ວັດທະນະ​ທໍາ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ສຶກສາ​, ວັດທະນະ​ທໍາ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ