ສະ​ເຫຼີ​ຍຜົນ​ການ​ປະ​ກວດ​ນາງ​ສັງຂານ ​​​ແຂວງ​ຫຼວງພະ​ບາງພສ2557
2014-04-14 15:34:55  cri 

ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 13 ​ເມສາ 2014 ນີ້, ທີ່​ເດີ່ນ​ທາດຫຼວງ ​ແຂວງ​ຫຼວງ​ພະບາງ ​ໄດ້ຈັດການ​ປະກວດ​ນາງ​ສັງຂານ​ຫຼວງພະ​ບາ​ງປະຈຳປີ​ພສ2557ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ. ຜ່າ​ນການ​ປະ​ກວດ​ຮອບ​ທຳ​ອິດ​, ​ໄດ້​ປະ​ກວດ33ນາງ​ສາວ​ຈາກ​ຜູ້​ເຂົ້າ​ປະ​ກວດ70ກວ່າ​ຄົນ, ​ແລະ​ໃນ​ຮອບ​ສຸດ​ທ້າຍ​ໂດຍ​ພາຍ​ໃນ​ບັນຫາ​ກາດ​ອັນ​ຄຶກຄື້ນ​ມ່ວນ​ຊື່ນ, ​ໃນ​ທີ່​ສຸດ, ນາງ​ທິດາ​ວັນ ສຸ​ລິ​ວັນ ໝາຍ​ເລກ16​ໄດ້​ຄອງ​ຕຳ​ແໜ່ງນາງ​ສັງຂານປີ​ພສ2557, ​ຮອງ​ອັນ​ດັບ​ໜຶ່ງ​ໃຫ້​ແກ່​ນາງ​ກິ່ງ​ຄຳ ນິດ​ສະຫວັນໝາຍ​ເລກ8, ​ແລະ​ຮອງ​ອັນ​ດັບ2​ໃຫ້​ແກ່​ນາງ​ບັນຈົງ ພົງ​ພິລັດ,ໝາຍ​ເລກ29. ຮອງ​ອັນ​ດັບ3​ໄດ້​ໃຫ້ແກ່​ໝາຍ​ເລກ30, ນາງ​ພະນິດ​ດາ ສຸກ​ສະຫວັດ, ຮອງ​ອັນ​ດັບ4​ໄດ້​ແກ່ໝາຍ​ເລກ18, ນາງ​ສຸ​ພັດ​ຕະພອນ ສິສຸພັນ, ຮອງ​ອັນ​ດັບ5​ໄດ້​ແກ່​ໝາຍ​ເລກ14, ນາງ​ຖະໜອມ​ຈິດ ​ໄຊ​ຍະ​ສິດ, ຮອງ​ອັນ​ດັບ6​ໄດ້​ແກ່​ໝາຍ​ເລກ19, ນາງ​ເກດ​ສຸດາ ວົງສາ​ຄອນ.

ພາຍຫຼັງ​ການ​ປະກວດ​ແລ້ວ, 7ນາງ​ສາວ​ຈະ​ເປັນ​ຕົວ​​ແທນ​ທິດາ​ທັງ7ຂອງ​ພະຍາ​ກະບິນລະ​ພົມ, ​​​ເພື່ອ​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ​ໃນ​ບຸນ​ສົງການ​ປີ້​ນີ້.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ