ແຂວງ​ສ່າ​ນຊີ່​ຈີນ​ຟື້ນ​ຟູການ​​ເໝົາ​ຍົນ​ທີ່​ບິນ​​ໄປໄທ​ເພື່ອ​ຫຼິ້ນ​ບຸນ​ສົງການ
2014-04-14 18:00:17  cri 

ຕອນຄ່ຳ​ວັນ​ທີ 13 ​ເມສາ​ນີ້, ຍົນ​​ເໝົາລຳ​ເພື່ອ​​ໄປ​ທ່ຽວ​​ໄທ​ຂອງ​ແຂວງ​ສ່າ​ນຊີ່​ຈີນປີ 2014 ຖ້ຽວທຳ​ອິດ​ໄດ້​ເລິ່ມຕົ້ນ​ອອກ​ເດີນທາງ, ​ໄດ້​ມີນັກ​ທ່ອງ​ທ່ຽວ​ສ່າ​ນຊີ່ 155 ຄົນ​ຈະ​ໄປຮອດ​ເມືອງ​ໄທ ​ເພື່ອ​ສຳຜັດ​ກັບ​ຮີດຄອງ​ບຸນຫົດ​ນ້ຳຂອງ​ໄທ, ນີ້​ແມ່ນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ເໝົາ​ຍົນ​ໄປ​ທ່ຽວ​ຢູ່​​ໄທ​ທີ່​ຢຸດ​ພັກເປັນ​ເວລາ 4 ​ເດືອນ​ນັ້ນ​ໄດ້​ຟື້ນ​ຟູ​ຄືນ​​ໃໝ່.

ທ່ານ​ຫຼີ​ເຈີ້​ເຫວີຍ ຮອງ​ປະທານຂອງບໍລິສັດ​ທ່ອງ​ທ່ຽວ​ສາກົນປາວ​ຮວາຈີນ ສາຂາ​ແຂວງ​ສ່າ​ນຊີ່​ກ່າວ​ວ່າ, ຄຽງ​ຄູ່​ກັບ​ສະຖານະ​ການ ​ແລະ ລະບຽບ​ການ​ທາງ​ສັງຄົມ​ຂອງ​ໄທ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ພວກ​ຂ້າພະ​ເຈົ້າ​ຕົກລົງ​ຟື້ນ​ຟູ​ການ​ໃຫ້​ບໍລິການເໝົາ​ຍົນ​ໄປ​ທ່ຽວ​ຢູ່​ໄທ​ເນື່ອງ​ໃນ​ໂອກາດ​ບຸນ​ສົງການ, ​​ໃຫ້ພົນລະ​ເມືອງ​ສ່າ​ນຊີ່​ໄປ​ເມືອງ​ໄທ​ສຳ​ຜັດ​ກັບ​ຮີດຄອງ​ທີ່​ເປັນມູນ​ເຊື້ອ ​ແລະ ງານ​ມະຫາ​ກຳ​ຫົດ​ນ້ຳ​ທ້ອງ​ຖິ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ