ງານ​ຕະຫຼາດນັດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ສິບ​ສອງ​ພັ່ນ​ນາຄັ້ງ​ທີ 17 ກາຍ​ເປັນ​ເວທີ​ທີ່​ສຳຄັນ​ໃນ​ການ​ຮ່ວມ​ມືຂອງ​ພາກ​ພື້ນ
2014-04-15 12:07:35  cri 
ຕາມ​ຂ່າວCRI: ງານ​ຕະຫຼາດນັດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ສິບ​ສອງ​ພັ່ນ​ນາຄັ້ງ​ທີ 17 ​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນຊຽງ​ຮຸ່ງ​ເທດສະບານກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​​ໄທ​ລື້ສິບ​ສອງ​ພັ່ນ​ນາ​ຂອງ​ແຂວງ​ຢຸນນານ​ຈີນ​ໃນວັນ​ທີ 13 ​ເມສາ​ນີ້, ​ໃນ​ວັນບຸນປີ​ໃໝ່​​ທີ່ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕ່າງໆ​ຊຶ່ງ​ລວມທັງ​ເຜົ່າ​ໄທ​ລື້​ຂອງ​ແຂວງ​ຢຸນນານ​​ແລະ​ປະຊາຊົນ​ໄທ, ລາວ, ກຳປູ​ເຈຍ​ແລະ​ມຽນມາສະ​ຫຼອງ​ບຸນ​ຫົດ​ນ້ຳ, ​ເຈົ້າ​ໜ້າ​ທີ່​ແລະ​ນັກທຸລະກິດ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບ້ານ​ເຜົ່າ​ໄທ​ລື້, ​ເພື່ອ​​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ​ເຊັ່ນ​:ການວາງສະ​ແດງ​ຜະລິດ​ຕະພັນ​ປະ​ເພດ​ຕ່າງໆ, ການ​ທັດສະນະ​ສຶກສາທາງ​ດ້ານ​ການ​ຄ້າ​,ການປຶກສາ​ຫາລື​ແລະ​ເຊັນ​ສັນຍາ​​ໃນ​ໂຄງການຕ່າງໆ​​ເປັນ​ຕົ້ນ.

ທ່ານ​ຄຳ​ຫຼ້າ ລິ້ງນະ​ສອນ, ເຈົ້າແຂວງແຂວງອຸດົມໄຊຂອງລາວທີ່​ມີ​ຊາຍ​ແດນ​ຕິດ​ຈອດ​​ກັບ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຢູ່​ທີ່​ປະຊຸມ​ວ່າ, ງານ​ຕະຫຼາດນັດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ເຂດ​ຊາຍ​ແດນສິບ​ສອງ​ພັ່ນ​ນາ​ແມ່ນ​ເວ​ທີ​ທີ່​ສຳຄັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ການ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ຄ້າ, ​ໂດຍ​ສະ​ເພາະ​ເວົ້າ​ສຳລັບ​ປະ​ເທດ​ລາວ​ທີ່​ເປັນ​ປະ​ເທດ​​ໃກ້​ຄຽງ​ຂອງ​ຈີນ, ງານ​ຕະຫຼາດນັດ​ໃນ​ທຸກ​ປີ​ລ້ວນ​ແຕ່​ແມ່ນ​ໂອກາດ​ທີ່​ສຳຄັນ​ເທື່ອ​ໜຶ່ງ​ໃນ​ການ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າລະຫວ່າງລາວ-ຈີນ. ທ່ານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ການ​ພົວພັນ​ລະຫວ່າງ​ລາວ-ຈີນ​ນັບ​ມື້​ນັບ​ແໜ້ນ​​ແຟ້ນຍິ່ງໆຂຶ້ນ, ​ໃນ​ຊຸມ​ປີຜ່ານມາ ນັກທຸລະກິດ​ແລະ​ວິ​ສາ​ຫະກິດ​ຂອງ​ລາວ​ທີ່​ໄປ​ເຂົ້າ​ຮ່ວມງານວາງສະ​ແດງ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​, ທ່ານ​ຫວັງ​ຢາກ​ໃຫ້ງານ​ຕະຫຼາດນັດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ສາມາດ​ສືບ​ຕໍ່​ຂະຫຍາຍກວ້າງ​ອອກ​ໃນ​ອະນາຄົດ, ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂອງ​ລາວ.

​ຢູ່​ເຂດ​ວາງສະ​ແດງຂອງລາວ​ຢູ່​ໃນ​ຫໍ​ວາງສະ​ແດງ​ອາ​ຊຽນ, ທ່ານ​ຄຳ​ຫຼ້າ ລິ້ງນະ​ສອນ ​ເຈົ້າ​ແຂວງ​ແຂວງ​ອຸດົມ​ໄຊ​ຂອງ​ລາວ​ໄດ້​​ເຫັນ​ບໍລິສັດ​ເຟີ​ນີ​ເຈີ​ທີ່​ຄົນ​ລາວ​ແລະ​ຄົນ​ຈີນ​ຮ່ວມທຶນ​ແຫ່ງ​ໜຶ່ງ. ຜູ້​ຮັບຜິດຊອບ​ຝ່າຍ​ລາວ​ຂອງ​ບໍລິສັດ​ແຫ່ງ​ນີ້​ກໍ່​ກ່າວ​ວ່າ, ນັບ​ແຕ່​ບໍລິສັດ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 7 ປີຜ່ານມານີ້, ປີ​ນີ້​ແມ່ນ​ປີ​ທີ 5 ​ແລ້ວທີ່​ບໍລິສັດຕົນ​ມາ​ເຂົ້າ​ຮ່ວມ​ງານວາງສະ​ແດງຄັ້ງ​ນີ້, ມາ​ເທື່ອ​ໃດ​ກໍ່​ຂາຍ​​ໄດ້​ດີກ​ວ່າຄັ້ງຜ່ານມາ. ທ່ານ​ເຫັນ​ວ່າ, ນີ້​​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພົວພັນ​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ​ກວ່າ​ເກົ່າ​ແລະ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງຂຶ້ນລະຫວ່າງ​ຈີນ-ລາວ​. ທ່ານ​ເຊື່ອ​ວ່າ, ​ໃນ​ອະນາຄົດ ວິ​ສາ​ຫະກິດ​ຕົນກໍ່​ຈະສາມາດ​ໄດ້​ຮັບ​ຜົນ​ປ​ະ​ໂຫຍ​ດຈາກ​ການ​ຮ່ວມ​ມື​ທີ່​ມີໄມຕີ​ຈິດ​ມິດຕະພາບລະຫວ່າງສອງ​ປະ​ເທດ, ​ແລະ​ຈະ​ພັດທະນາ​​​ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ