ຈີນ​​ກາຍ​ເປັນ​ປະ​ເທດ​ແຫຼ່ງກາ​ນລົງທຶນ​​ອັນ​ດັບ​ທີ​ສອງ​ຂອງ​ໂຮ​ນລັງ 3 ປີ​ລຽນຕິດ
2014-04-15 16:36:14  cri 
ຕາມ​ຕົວ​ເລກ​ຂໍ້​ມູນ​ສະຖິຕິຫຼ້າ​ສຸດ​ຂອງ​ກົມ​​ລົງທຶນ​ກັບ​ຕ່າງປະ​ເທດ​ຂອງ​ໂຮ​ນ​ລັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2013 ​​ແລ້​ວນີ້, ​ຖ້າຈັດ​ອັນ​ດັບ​ການ​ລົງທຶນ​ຂອງ​ຕ່າງປະ​ເທດຕາມ​ຈຳນວນ​ໂຄງການ​​ແລະ​ຕຳ​ແໜ່​ງວຽກ​ງານທີ່​ເພີ່ມ​ຕື່ມ​ໃໝ່​ແລ້ວ, ຈີນ​ໄດ້​ກາຍ​ເປັນປະ​ເທດ​ແຫຼ່ງກາ​ນລົງທຶນ​ໂດຍ​ກົງ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​​ໂຮນ​ລັງ 3 ປີ​ລຽນຕິດ.

ຂ່າວ​ແຈ້ງວ່າ, ​ໃນ​ປີ 2013 ​ແລ້ວ​ນີ້, ໂຄງການ​ການ​ລົງທຶນຂອງ​ຈີນ​ຢູ່​ໂຮ​ນລັງ​ໄດ້​ເພີ່ມ​ອີກ​ 42 ​ໂຄງການ, ຍອດ​ມູນ​ຄ່າ​ການ​ລົງທຶນ​​​ມີ​ເຖິງ 68 ລ້ານ​ເງິນ​ເອີ​ໂລ. ວິ​ສາ​ຫະກິດ​ຈີນ​ທີ່​​ໄປລົງທຶນ​ຢູ່​​ໂຮ​ນ​ລັງ​ຕົ້ນຕໍ​ແມ່ນ​ມາ​ຈາກ​​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ, ​ແຂວງ​ກວາງ​ຕຸ້ງ, ນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ຊຽງ​ໄຮ​ແລະ​ແຂວງ​ເຈີ້​ຈ່ຽງ, ຕົ້ນ​ຕໍ​ໄດ້​ລົງທຶນ​ໃນ​ຂະ​ແໜງ​ການ​ບໍລິ​ໂພ​ກ, ​ໂຄງການອຸດສາຫະກຳ, ຂະ​ແໜງ​ການການ​ບໍລິການ, IT, ​​ເອ​ເລັກ​ໂຕຼນິກ, ອຸດສາຫະກຳ​​ເຄມີ, ພະລັງງານ, ຄົມມະນາຄົມ, ​ການ​ຈໍລະ​ຈອນ​ສິນຄ້າແລະ​ຂະ​ແໜງ​ການ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ