ວັນທີ15ເມສາ2014ນີ້, ຢູ່ເມືອງຫຼວງພະບາງໄດ້ມີພິທີແຫ່ວໍບຸນຕຸດສົງການພສ.2557ຢ່າງຄຶກຄື້ນມ່ວນຊື່ນ, ຜູ້ໃຫ້ກຽດເຂົ້າຮ່ວມມີທ່ານທອງສິນ ທຳມະວົງ, ນາຍົກລັດຖະມົນຕີ, ແລະການນຳພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ພ້ອມດ້ວຍມວນຊົນເມືອງຫຼວງພະບາງ, ແຂກພາຍໃນແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຫ່ວໍແມ່ນເລີ່ມຈາກວັດທາດນ້ອຍຫາວັດຊຽງທອງ, ເຊິ່ງມີທັງໝົດ51ຂະບວນ, ເຊັ່ນ, ຂະບວນປູ່ເຍີຍ່າເຍີ, ຂະບວນນາງສັງຂານ, ຂະບວນການນຳ, ແລະອີກຫຼາຍຂະບວນ, ລວມທັງໝົດ5000ກວ່າຄົນ.