ທ່ານ​ຫຼີ​ເຄີ້ສຽງ​ພົບ​ປະກັບ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ເຢັຍລະ​ມັນ
2014-04-15 15:44:42  cri 

ຕອນ​ບ່າຍ​ວັນ​ທີ 14 ​ເມສາ​ນີ້, ຢູ່​ຫໍ​ຈື​ກວາງ​ທຳນຽບ​ຈົ່ງນານ​​ໄຫ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບທ່ານ​ຟຣານກ໌ ​ວອນ​ເຕີ ສະ​ເທ​ນ​ເມວ ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ​ເຢັຍລະ​ມັນ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ປະທານ​ສີ​ຈີ້​ນຜີ​ງ​ໄດ້​ຢ້ຽມຢາມ​ເຢັຍລະ​ມັນ​ຢ່າງ​ສຳ​ເລັດ​ຜົນ, ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ຍຸດ​ທະ​ສາດ​ຮອບດ້ານ. ຂ້າພະ​ເຈົ້າ​ຄອງ​ຄອຍ​ວ່າຈະ​ເດີນທາງ​ໄປ​ຢ້ຽມຢາມ​ເຢັຍລະ​ມັນ​ໃນ​ປີ​ນີ້ ​ແລະ ຮ່ວມ​ກັບ​ທ່ານ​ນາຍົກລັດຖະມົນຕີ​ເມີ​ເກ​ວ ​​ເປັນ​ປະ​ທ່ານ​ຮ່ວມ​ຂອງ​ກອງ​ປະຊຸມປຶກສາ​ຫາລື​ລັດຖະບານ​ຈີນ-​ເຢັຍລະ​ມັນ​ຮອບ​ທີ 3.

ທ່ານ​ສະ​ເທ​ນ​ເມ​ວກ່າວ​ວ່າ, ​ເຢັຍລະ​ມັນ​ຍ້ອງ​ຍໍ​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດທີ່​ມີລັກສະນະ​ສ້າງສັນ​ໃນ​ວຽກ​ງານ​ສາກົນ, ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​​ເຊິ່ງກັນ​ແລະກັນ​ກັບ​ຈີນ. ​​ເຢັຍລະ​ມັນ​ຄອງ​ຄອຍ​ທ່ານ​ນາຍົກ​ຫຼີ​ເຄີ້ຊຽງ​ຢ້ຽມຢາມ​ເຢັຍລະ​ມັນ​ໃນ​ປີ​ນີ້ ​ແລະ ຈັດກອງ​ປະຊຸ​ມ​ປຶກສາ​ຫາລືລະຫວ່າງ​ລັດຖະບານ ​ເພື່ອ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຊຸກ​ຍູ້​ການ​ພັດທະນາ​ຮ່ວມ​ກັນ.

ສອງ​ຝ່າຍ​ຍັງ​ໄດ້​ແລ​ກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່​ສະຖານະ​ການ​ອູ​ແກຣນ ​ແລະ ບັນຫາ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ