ນັບ​ເປັນ​ໝື່ນຄົນ​ສະຫຼອງ​ບຸນ​ຫົດ​ນ້ຳ​ຢ່າງ​ເບີກບານ​ມ່ວນ​ຊື່ນ
2014-04-15 16:38:24  cri 

ວັນ​ທີ 15 ​ເມສາ​ນີ້, ປະຊາຊົນ​ທ້ອງ​ຖິ່ນ​ ​​ແລະ ນັກ​ທ່ອງ​ທ່ຽວຫຼາຍ​ໝື່ນ​ຄົນສະຫຼອງ​ບຸນ​ຫົດ​ນ້ຳ​ຢ່າງ​ເບີກບານ​ມ່ວນ​ຊື່ນ​ຢູ່​ສະໜາມ​ຫຼວງ​ຫົດ​ນ້ຳ​ເມືອງ​ຊຽງ​ຮຸ່ງ​ຂອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ. ມື້​ນີ້​ແມ່ນ​ບຸນ​ຫົດ​ນ້ຳຂອງ​ສິບ​ສອງ​ພັ່ນ​ນາປີ 2014 , ກໍ່​ແມ່ນມື້​ສຸດ​ທ້າຍ​ຂອງ​ກິດຈະກຳ​ຕ່າງໆ​ທີ່​ເຜົ່າ​ລື້​ສະຫຼອງ​ປີ​ໃໝ່​ປີ 1376 ຕາມ​ຈັນທະຄະ​ຄິ​​ເຜົ່າລື້, ປະຊາຊົນທ້ອງ​ຖິ່ນ​ຫຼາຍ​ໝື່ນ​ຄົນ​ໃສ່​ຊຸດ​ງາມ​ຍາມ​ບຸນ ຮ່ວມ​ກັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫົດ​ນ້ຳ​ເຊິ່ງກັນ​ແລະ​ກັນ​ຢູ່​ເມືອງຊຽງ​ຮຸ່ງ ກິ່ງ​ແຂວງປົກຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ຂອງ​ພັ່ນ​ນາ​​ແຂວງ​ຢຸນນານ​ຈີນ, ​ເພື່ອ​ອວຍ​ໄຊ​ໃຫ້ພອນ​​ເຊິ່ງກັນ​ແລະ​ກັນ​ໃຫ້​ມີ​ຄວາມ​ສິລິ​ມຸງ​ຄູນ,ຄວາມສຸກ​ໂຊກ​ດີ ​ແລະ ສຸຂະພາບ​ເຂັ້ມ​ແຂງ.

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ