ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ເຫັນ​ດີ​ຈັດການ​ເຈລະຈາ​ຂັ້ນລັດຖະມົນຕີ​ກ່ຽວ​ກັບ​ສັນຍາ TPP ຄືນ​ໃໝ່
2014-04-24 16:49:52  cri 
    ວັນ​ທີ 24 ​ເມສາ​ນີ້ ​ໃນ​ກອງ​ປ​ະຊຸມ​ຂ່າວ​ຮ່ວມ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາ​ທິບໍດີ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມຢາມ, ທ່ານ​ຊິນ​ໂຈ ອາ​ເບ ນາຍົກລັດຖະມົນຕີ ຍີ່ປຸ່ນກ່າວ​ວ່າ, ສອງ​ປະ​ເທດ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ເຫັນ​ດີ​ສືບຕໍ່​ດຳ​ເນີນ​ການ​ເຈລະຈາ​ຂັ້ນລັດຖະມົນຕີ​ກ່ຽວ​ກັບ​ສັນຍາ​ເພື່ອນ​ມິດ​ເສດຖະກິດ​ມະຫາ​ສະໝຸດ​ປາຊີ​ຟິກ ຫຼື TPP ຄືນ​ໃໝ່, ​​ແລະ​ພະຍາຍາມ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ບັນຫາ​ທີ່​ສຳຄັນ​ແລະ​ບັນລຸ​ການ​ເຊັນ​ສັນຍາ​ໂດຍ​ໄວ​ເທົ່າທີ່​ຈະ​ໄວ​ໄດ້.

    ຍ້ອນ​ວ່າ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ໄດ້​​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ເຈລະຈາ TPP ​ເທື່ອ, ສະນັ້ນ ສອງ​ປະ​ເທດ​ຈຶ່ງ​ບໍ່​ສາມາດ​ອອກ​ຖະ​ແຫຼງການ​ຮ່ວມ​ໄດ້​ຕາມ​ເວລາ​ທີ່​ກຳນົດ​ໄວ້​ພາຍຫຼັງການ​ພົບ​ປະກັນ​ລະຫວ່າງ​ປະມຸກ​ລັດສອງ​ປະ​ເທດ​ແລ້ວ. ຕໍ່​ເລື່ອງ​ນີ້ ທ່ານ​ຊິນ​ໂຈ ອາ​ເບ​ກ່າວ​ວ່າ, ຜູ້ຕາງໜ້າ​ການ​ເຈລະຈາ​ດ້ານການ​ຄ້າ​ຂອງ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ບໍ່​ທັນ​ໄດ້​ແກ້​ໄຂ​ໃນ​ການ​ເຈລະຈາ​ສັນຍາ TPP ​ໃນ​ຕອນ​ຄ່ຳ​ວັນ​ທີ 24 ​ເມສາ​ນີ້, ​ແລະ​ມີ​ແຜນ​ຈະ​ອອກ​ຖະ​ແຫຼງການ​ຮ່ວມ​ພາຍຫຼັງ "​ໄດ້​ຮັບ​ຂໍ້​ສະຫຼຸບ​ແລ້ວ". ທ່ານ​ກ່າວ​ວ່າ, ຈະ​ຮ່ວມ​ກັບ​ທ່ານ​ໂອ​ບາ​ມາ​​ຊຸກຍູ້​ເຈົ້າໜ້າ​ທີ່​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ການ​ເຈລະຈາ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໃຫ້​​ໄວ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ