ຄ່າເງິນ​ຢວນຈີນຕົກ​ຕ່ຳລົງ​ແມ່ນເປັນ​ເລື່ອງ​ປົກກະຕິ
2014-04-24 17:16:04  cri 
    ວັນ​ທີ 24 ​ເມສາ​ນີ້ ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​​ເພື່ອ​ລາຍ​ງານ​ສະພາບ​ລາຍ​ຮັບ​ລາຍ​ຈ່າຍ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ປີ 2014. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ກວນ​ທ່າວ ຫົວໜ້າ​ກົມລາຍ​ຮັບ​ລາຍ​ຈ່າຍສາກົນ​ຂອງ​ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ ​ໄດ້​ໃຊ້ 3 ຄຳ​ຕອນມາ​ຕອບ​ໂຕ້​ສະພາບ​ທີ່​ລາຄາ​ເງິນ​ຢວນຈີນ​ຕໍ່​ໂດ​ລາ​ສະຫະລັດ​ໄດ້ອ່ອນ​ຄ່າລົງ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ເຊິ່ງກໍ​ຄື: ອັດຕາ​ແລກປ່ຽນມີ​ການ​ເໜັງ​ຕິງນັ້ນ​ແມ່ນ​ເລື່ອງ​ທີ່​ປົກກະຕິ, ມີ​ເງື່ອນ​ໄຂ​ທີ່​ລາຄາ​ອ່ອນລົງຫຼື​​ແຂງ​ຄ່າ​ຂຶ້ນ, ການ​ປ່ຽນ​ແປງ​ຂອງ​ອັດຕາ​ແລກປ່ຽນ​​ແມ່ນ​ອະທິບາຍ​ໄດ້.

    ກ່ອນ​ອື່ນ ທ່ານ​ກວນ​ທ່າວ​ອະທິບາຍ​ວ່າ, ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ຕົກ​ຕ່ຳລົງ ຫຼື​ເພີ່ມ​ສູງ​ຂຶ້ນ ລ້ວນ​ແຕ່​ແມ່ນ​ເລື່ອງ​ທີ່​ປົກກະຕິ. "​ເມື່ອ​​ເບິ່ງ​ຈາກ​ປະຫວັດສາດ​ແລ້ວ​ເຫັນ​ວ່າ, ບໍ່​ວ່າ​ຈະ​ໃຊ້​ນະ​ໂຍບາຍ​ຫຍັງ, ລ້ວນ​ແຕ່​ບໍ່​ມີ​ເງິນຕາ​ໃດ​ໜຶ່ງ​ທີ່​ແພງ​ຂຶ້ນພຽງຢ່າງ​ດຽວ​ແຕ່​ບໍ່​ຕົກ​ຕ່ຳລົງ​ຈັກ​ເທື່ອ. ​ໂດຍ​ສະ​ເພາະ ​ເມື່ອ​ກົນ​ໄກ​ຕົກລົງ​ອັດຕາ​ແລກປ່ຽນ​ນັ້ນຫັນ​ເປັນ​ຕະຫຼາດຫຼາຍຍິ່ງ​ຂຶ້ນ, ​ແລະລະບຽບ​ການ​ອັດຕາ​ແລກປ່ຽນ​ຄ່ອງ​ແຄ້ວຫຼາຍຍິ່ງ​ຂຶ້ນ​ແລ້ວ, ອັດຕາ​ແລກປ່ຽນ​ນັ້ນກໍ​ຈະ​ມີ​ການ​ຂຶ້ນໆ​ລົງໆ​ເປັນ​ປະຈຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ