ນາຍົກລັດຖະມົນຕີຮັກສາ​ການ​ຂອງ​ໄທ​ກ່າວ​ວ່າ​ຈະ​ໃຫ້ການອະທິບາຍທີ່​ດີ​ທີ່​ສຸດ​ແກ່​ສານ​ລັດຖະທຳ​ມະນູນ
2014-04-25 09:37:23  cri 
ວັນ​ທີ24​ເມສາ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກັລັດຖະມົນຕີ​ຮັກສາ​ການ​ຂອງ​ໄທ​ກ່າວ​ວ່າ, ຍັງ​ບໍ່​ແນ່​ໃ​ຈວ່າ​ຈະຂຶ້ນ​ສານລັດຖະທຳ​ມະນູນ​ໃນ​ວັນ​ທີ6​​ເດືອນ​ໜ້າຫຼື​ບໍ່, ​ແຕ່​ແນ​ວ​ໃດ​ກໍ່ຕາມ, ທ່ານ​ຈະ​​ພະຍາຍາມ​ໃຫ້ການ​ອະທິບາຍ​ທີ່​ດີ​ທີ່​ສຸດ​ແກ່​ສານ​ລັດຖະທຳ​ມະນູນ.

ວັນ​ທີ2​ເມສາ​ນີ້, ສານລັດຖະທຳ​ມະນູນ​ໄທ​ໄດ້​ຮັບ​ພິຈາລະນາຄະດີ​ທີ່ສະມາ​ຊິກ​ວຸດ​ທິສະພາ27​ທ່ານ​ກ່າວ​ຟ້ອງ​ທ່ານ​ນາງ​ຍິ່ງ​ລັກ​ໃນ​ຂໍ້​ຫາຍ້າຍ​ທ່ານ​ທະວິນ ພຽນ​ສີ, ອະດີດ​ເລຂາທິການ​ຄະນະກຳມະການ​ຮັກສາ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ເຊິ່ງ​ເປັນ​ການລະ​ເມີດ​ລັດຖຳມະນູນ. ຫຼັງ​ຈາກ​ນັ້ນ, ສານລັດຖະທຳ​ມະນູນ​​ໄດ້ຕົກລົງ​ໃຫ້ທ່ານ​ນາງ​ຍິ່ງ​ລັກ​ຂຶ້ນສານ​ຟັງ​ການ​ກ່າວ​ຟ້ອງ​ໃນ​ວັນ​ທີ6​​ພຶດສະພາ​ໜ້າ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ່​ຖື​ວ່າ​ປະລະສິດໃນ​ການ​​ແກ້​ຕົວ.

ຖ້າວ່າ​ສານ​ລັດຖະທຳ​ມະນູນ​ໄທ​ຕັດສິນ​ວ່າ​ການ​ສັ່ງຍ້າຍ​ດັ່ງກ່າວ​ຂອງ​ທ່ານ​ນາງ​ຍິ່ງ​ລັກຜິດ​ລັດຖະທຳ​ມະນູນ, ນາງ​​ຈະ​ບໍ່​ສາມາດຮັກສາຕຳ​ແໜ່​ງນາຍົກ​ລັດຖະມົນຕີ ຮັກສາ​ການ​ແລະ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຕໍ່​ໄປ​ໄດ້​ອີກ, ຄະນະລັດຖະບານ​ຮັກສາ​ການ​ທັງ​ໝົດອາດ​ຈະ​ຖືກ​ຍຸບຍ້ອນ​ຄະດີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ