ສ.ປ.ປ​ ​ເກົາຫຼີຮຽກຮ້ອງ​ໃຫ້​ສ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ບຸດຕິ​ການ​ຊ້ອມຮົບ​ຮ່ວມ​ໃນ​ໄລຍະ​ຈັດ​ງານ​ກິລາ​ອາຊີ
2014-06-30 16:01:54  cri 
ຕາມ​ຂ່າວCRI: ຂ່າວສານ​ສູນ​ກາງ​ສ.ປ.ປ​ເກົາຫຼີ​ລາຍ​ງານ​ວ່າ, ວັນ​ທີ 30 ມິຖຸນາ​ນີ້, ສ.ປ.ປ​ເກົາຫຼີ​ໃນ​ນາມ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ​​ໄດ້ສົ່ງ "ຂໍ້​ສະ​ເໜີ​ພິ​ເສດ" ​​ໄປ​ຍັງລັດຖະບານ​ສ.​ເກົາຫຼີ, ຮຽກຮ້ອງ​ໃຫ້​ລັດຖະບານ​ສ.​ເກົາຫຼີ​ຍຸດຕິ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ຢ່າງຮອບດ້ານ​ເລີ່​ມ​ແຕ່​​ເວລາ 0 ​ໂມງ​ຂອງ​ວັນ​ທີ 4 ກໍລະກົດ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ສ.​ເກົາຫຼີ​ອີງ​ຕາມ​ຫຼັກການ​ "ທົ່ວຊົນ​ຊາດ​ສາມັກຄີ​ກັນ" ​ເພື່ອ​ວາງ​ນະ​ໂຍບາຍ, ​ເພື່ອ​ປະຕິບັດ "ຂໍ້​ສະ​ເໜີ​ຍຸດຕິ​ການ​​ໃສ່​ຮ້າຍ​ປ້າຍ​ສີກັນ​" ​ໄດ້​ລະບຸໄວ້​ໃນ​ເວລາ​ການ​ນຳ​ຂັ້ນ​ສູງຂອງ​ສອງ​ປະ​ເທດ​ໄດ້​ຕິດ​ຕໍ່​ພົວພັນ​ໃນ​ເດືອນ​ກຸມພາ​ປີ 2014. ນອກ​ນີ້, ສ.ປ.ປ​ເກົາຫຼີ​ຍັງ​ຮຽກຮ້ອງ​ໃຫ້​ສ.​ເກົາຫຼີກັບ​ອາ​ເມ​ລິ​ກາ​ຍຸດຕິ​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ໄລຍະ​ຈັດ​ງານ​ກິລາ​ອາຊີູຢູ່​ເມືອງ​ອິນຊອນ. ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດສ.ປ.ປ​ເກົາຫຼີ​ກ່າວ​ໃນ "ຂໍ້​ສະ​ເໜີ​ພິ​ເສດ" ວ່າ, ສ.ປ.ປ​ເກົາ​ຫຼີສົ່ງ​​ເສີມ 3 ຫຼັກການ​ໃຫຍ່, ຄື: ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ທົ່ວ​ຊົນ​ຊາດ​ສາມັກຄີກັນ​, ​ເພື່ອ​ສ້າງ​ສະຖ​ານະ​ການ​​ໃໝ່​ດ້ານ​ການ​ພົວພັນ​ລະຫວ່າງ​ສ.ປ.ປ​ເກົາຫຼີ​ກັບສ.​ເກົາ​ຫຼີ. ນັບ​ມາ​ຮອດ​ປັດຈຸບັນ​ນີ້, ສ.​​ເກົາຫຼີ​ຍັງ​ບໍ່​ທັນ​ໃຫ້ຄຳຕອບ​​ຕໍ່​ຂໍ້​ສະ​ເໜີ​ຂອງ​ສ.ປ.ປ​ເກົາ​ຫຼີ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ