ທ່ານ​ສີ​ຈິ້ນ​ຜິ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ຜູ້ນຳ​ຂອງ​ປະ​ເທດ​ບຣິກສ໌​ກັບປະ​ເທດ​ອາ​​ເມ​ລິ​ກາ​ໃຕ້
2014-07-17 19:33:23  cri 


​ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ຜູ້ນຳ​ຂອງ​ປະ​ເທດ​ບຣິກສ໌​ກັບປະ​ເທດ​ອາ​​ເມ​ລິ​ກາໃຕ້​ໄດ້​ຈັດ​ຂຶ້ນ​ຢູ່​​​ເບຼຊີ​ເລຍ​ແຫ່ງເບຼຊິນ​ໃນວັນ​ທີ 16 ກໍລະກົດ​ນີ້. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ, ທ່ານນາງ​ດີ​ວມາ ​ໂຣ​ເຊັຟ, ປະທານາທິບໍດີ​ເບຼຊິນ, ທ່ານ​ວລາ​ດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ, ທ່ານ​ນາ​ເຣັນດຣາ ​ໂມ​ດີ, ນາຍົກລັດຖະມົນຕີອິນ​ເດຍ, ທ່ານ​ຈາ​ໂຄບ ຈູ​ມາ, ປະທານາທິບໍດີ​ອາ​ຟຣິກາ​ໃຕ້ພ້ອມ​ດ້ວຍຜູ້ນຳ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ຄື: ທ່ານ​ດີ​ຊີຣີ ດີ​ລາ​ໂນ ບຸນ​ເທີ​ຊີ, ປະທານາທິບໍດີ​ຊູຣີນາມ, ທ່ານ​ນາງຄຣິຕີ​ນາ ​ເຟີ​ນານ​ດີ​ສ໌ ດີ ຄີຊີ​ເນ, ປະ​ທາ​ນາ​ທິບໍດີ​ອາກຊັງ​ຕິນ, ທ່ານ​ອິ​ໂອ ​ໂມຣາລິ​ສ, ປະທານາທິບໍດີ​ໂບລີ​ວີ, ທ່ານ​ຈູ​ອານ ມານ​​ເອວ ຊານ​ໂຕ​ສ໌, ປະທານາທິບໍດີ​ໂກ​ລົມ​ບີ, ທ່ານ​ມາຍ​ໂຄ​ລີ ບາ​ຊີ​ລິດ, ປະທານາທິບໍດີ​ຈີ​ເລ, ທ່ານ​ເຟີ​ນານ​ເດີ​ສ໌ ​ໂຄ​ເຣຍ, ປະທານາທິບໍດີ​ເອກ​ວາ​ດໍ, ທ່ານ​​ໂດ​ນາດ ຣາ​ໂມ​ຕາ, ປະທານາທິບໍດີ​ກູ​ຍຢາ​ນາ, ທ່ານ​ໂຮຣາຊີວ ຄາ​ເທີ​ສຸ, ປະທານາທິບໍດີ​ບາຣາ​​​ໄກວ, ທ່ານ​ໂອລານ​ຕາ ​ໂມ​ຊີ​ສ໌ ຮູ​ມາລາ ຕາສ​ໂຊ, ປະທານາທິບໍດີ​ເປຣູ, ທ່ານ​ຈອດ​ສ໌ ມູຈີ​ຄາ, ປະທານາທິບໍດີ​ອູຣູ​ໄກວ, ທ່ານ​ນີ​ໂຄ​ລັສ ມາ​ດີ​ໂຣ, ປະທານາທິບໍດີ​ເວ​ເນ​ຊູ​ເອລາ​​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ.


ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​​ໂດຍ​ປິ່ນ​ອ້ອມ​ແຜນການ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາແບ​ບຍືນ​ຍົງ​ທີ່​ມີ​ການ​ເຕີບ​ໂຕ​ແບບ​ລວບ​ລວມ​, ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສ໌ກັບປະ​​ເທດ​ອາ​ເມ​ລິ​ກາໃຕ້.


ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຈີນ​ແລະ​ອາ​ເມ​ລິ​ກາໃຕ້​ມີ​ປະຫວັດ​ການ​ໄປມາຫາ​ສູ່​ກັນ​ທີ່​ເປັນ​ມູນ​ເຊື້ອມາແຕ່​ບູຮານ​ນະ​ການ, ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ກໍ່ແມ່ນ​ໜຶ່ງ​ໃນ​ທິດ​ທາງ​ທີ່​ສຳຄັນຂອງການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບປະ​ເທດ​ທີ່​ພວມ​ພັດທະນາ, ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ສືບ​ຕໍ່​ເປັນ​ເພື່ອນ​ມິດ​ທີ່​ດີ​ແລະ​ຄູ່​ຮ່ວມທີ່​ດີ​ກັບບັນດາ​ປະ​ເທດ, ຮ່ວມ​ກັນຊຸກຍູ້​ການ​ຮ່ວມ​ມື​ໂດຍ​ລວມລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ