ຈີນ​ ກັບ ອາກຊັງ​ຕິນຈັດກອງປະຊຸມ​ລັດຖະມົນຕີກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ສົນທະນາ​ປະສານ​ງານ​ຍຸດ​ທະ​ສາດ​ຄັ້ງ​ປະ​ຖົມມະ​ເລີກ
2014-07-20 15:36:18  cri 

ວັນ​ທີ 19 ກໍລະກົດ​ນີ້, ກອງປະຊຸມລັດຖະມົນຕີກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ສົນທະນາ​ປະສານ​ງານ​ຍຸດ​ທະ​ສາດ​ຄັ້ງ​ປະຖົມມະ​ເລີກລະຫວ່າງ​ຈີນ ກັບ ອາກຊັງ​ຕິນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງບຸ​ຍ​ເອນົ​ສອາຍ​ເລັສຂອງ​ອາກຊັງ​ຕິນ. ທ່ານສີ​ຈາວ​ເສີ ຫົວໜ້າຄະນະ​ກຳມະການ​​ພັດທະນາ​ແລະປະຕິ​ຮູບ​ແຫ່ງ​ລັດ​ຈີນ, ທ່ານຈໍ​ຈ ກາ​ປີ​ທານີ​ຊີ ຫົວໜ້າລັດຖະມົນຕີ​ຂອງ​ຄະນະ​ລັດຖະບານ​ອາກຊັງ​ຕິນ,ທ່ານລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ​ອາກຊັງ​ຕິນ ພ້ອມ​ທັງ​ພາກສ່ວນ​ລັດຖະບານ, ອົງການ​ການ​ເງິນ​ທີ່​ກ່ຽວຂ້ອງ ​ແລະ ຜູ້ຕາງໜ້າ​ວິສາ​ຫະກິດ​ສອງ​ປະ​ເທດ 80 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ແລະ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ຄວາ​ມຄິດ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ​ໃນ​ຫົວ​ຂໍ້​ ​3 ດ້ານ,ຄື, ສະຖານະ​ການ​ ​ແລະ ນະ​ໂຍບາຍເສ​ດຖະກິດ​ມະຫາ​ພາກ, ນະ​ໂຍບາຍການ​ລົງທຶນຂອງ​ສອງ​ປະ​ເທດ ພ້ອມ​ທັງ​ການ​ຮ່ວມ​ມື​ທີ່ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ ກັບ ອາກຊັງ​ຕິນ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ສີ​ຈາວ​ເສີ​ກ່າວ​ວ່າ, ການ​ສົນທະນາ​ເທື່ອ​ນີ້​ຈັດ​ຂຶ້ນ​ໃນ​ໄລຍະ​ທ່ານ​ປະທານ​ສີ​ຈີ້​ນຜີ​ງຢ້ຽມຢາມ​ອາກຊັງ​ຕິນ, ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ. ສອງ​ຝ່າຍຜ່ານ​ຈາກການ​ສົນທະນາ, ມາ​ເພິ່ມທະວີ​ການ​ພົວພັນດ້ານ​ຍຸດ​ທະ​ສາດ ​ແລະ ການ​ແລກປ່ຽນດ້ານ​ນະ​ໂຍບາຍ, ຊຸກ​ຍູ້​ກາ​ນປະຕິບັດ​ໂຄງ​ການ​ສຳຄັນ​ໃນ​ຂົງ​ເຂດ​ອັນ​ສຳຄັນ, ​ໄດ້​ຊຸ​ກຍູ້​ການ​ຮ່ວມ​ມື​ທີ່​ຕິດ​​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ ກັບ ອາກຊັງ​ຕິນ​ໃນ​​ຂົງ​ເຂດ​ອັນກວ້າງຂວາງ ​ແລະ ລະດັບ​ອັນ​ເລິກ​​ເ​ຊິ່ງ, ຈະ​ເພີ່ມພະລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ຈີນ-​ອາ​ຊັງ​ຕິນ.

ລັດຖະມົນຕີ ​ແລະ ຜູ້ຕາງໜ້າ​ຂອງ​ອາ​ກຊັງ​ຕິນທີ່​ຮ່ວມ​ປະຊຸມ​ກ່າ​ວວ່າ, ລັດຖະບານ​ອາກຊັງ​ຕິນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການຈັດກອງປະຊຸມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ສົນທະນາ​ປະສານ​ງານ​ຍຸດ​ທະ​ສາດ​ຄັ້ງ​ປະຖົມມະ​ເລີກ, ​ເຊື່ອ​ວ່າການ​ສົນທະນາ​ເທື່ອ​ນີ້​ຈະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່ຕິດ​ແທດຕົວ​ຈິງ​ລະຫວ່າ​ງສອງ​ຝ່າຍ ​ແລະ ການຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ສ້າງ​ຈຸດສຸມໃໝ່​ໃນ​ການ​ຂະຫຍາຍ​ການ​ພົວພັນຄູ່​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ຈີນ ກັບ ອາກຊັງ​ຕິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ