ທະນາຄານ​ກາງຈີນ​ແລະ​ສວິສ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ແລກ​ປ່ຽນ​ສະ​ກຸນ​ເງິນ​ຕາ​ລະ​ຫວ່າງ​ສອງ​ປະ​ເທດ
2014-07-21 16:36:51  cri 
ທະນາຄານ​ກາງຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ​ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​ຈີນ, ວັນ​ທີ 21 ກໍລະກົດ​ນີ້, ທະນາຄານ​ປະຊາຊົນ​ຈີນ​ແລະ​ທະນາຄານ​ແຫ່ງ​ຊາດ​ສວິສ​ໄດ້​ລົງ​ນາມ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ແລກ​ປ່ຽນ​ສະ​ກຸນ​ເງິນຕາ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ມູນ​ຄ່າ 150 ຕື້​ຢວນ​ແລະ21 ຕື້​ຝຣັງສວິສ, ​ເຊິ່ງມີ​ຈຸດປະສົງ​ເພື່ອ​ໃຫ້ການ​ສະໜັບສະໜູນ​ດ້ານ​ສະພາບ​ຄ່ອງ​ຂອງ​ເງິນຕາ​ໃຫ້​ແກ່​ການ​ພົວພັນ​ດ້ານ​​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ, ​ແລະ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຕະຫຼາດ​ການ​ເງິນ. ສັນຍາ​ສະບັບນີ້​ມີ​ອາຍຸ​ການ 3 ປີ, ​ແລະ​ສາມາດ​ຕໍ່​ເວລາ​ກຳນົດ​ໄດ້​ເມື່ອ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສອງ​ຝ່າຍ.

ທະນາຄານ​ກາງ​ຈີນ​ກ່າວ​ວ່າ, ການ​ເຊັນ​ສັນຍາ​ແລກປ່ຽນ​ສະກຸນ​ເງິນຕາ​ລະຫວ່າງ​ສອງ​ປະ​ເທດ ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈີນ-ສວິສ​ໃນ​ຂົງ​ເຂດ​ການ​​ເງິນ​ດ້ານ​ເງິນຕາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ​ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ສອງ​ປະ​ເທດ​ໃຫ້​ມີ​ຄວາມ​ສະດວກ​ຫຼາຍ​ຂຶ້ນ, ​ແລະ​ຍັງ​ສາມາດ​ໃຫ້ການ​ສະໜັບສະໜູນ​ດ້ານ​ສະພາບ​ຄ່ອງ​​ແກ່​ຕະຫຼາດ​ເງິນ​ຢວນຢູ່​ສວິສ​ໃຫ້ມີ​ການ​ພັດທະນາຂຶ້ນ​ຕື່ມ​ອີກ, ທັງ​ເປັນ​ການສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ຢວນຢູ່​ນອກ​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ