ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ຮອດນະຄອນຫຼວງ​ຄາຣາກາ​ສ ​​ເພື່ອເລີ່​ມຢ້ຽມຢາມ​ເວ​ເນ​ຊູ​ເອລາທາງ​ລັດຖະກິດ
2014-07-21 11:29:03  cri 


ວັນ​ທີ 20 ກໍ​ລະ​ກົດນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​​ໄດ້​ເດີນທາງ​ໄປ​ຮອດນະຄອນຫຼວງ​ຄາຣາກາ​ສ,​ເລີ່​ມຢ້ຽມຢາມ​ເວ​ເນ​ຊູ​ເອລາທາງ​ລັດຖະກິດ.

ທ່ານ​ນີ​ໂຄ​ລັສ ມາ​ດູ​ໂຣ, ປະທານາທິບໍດີ​ເວ​ເນ​ຊູ​ເອລາ​ໄດ້​ຈັດ​ພິທີ​ຕ້ອນຮັບທ່ານ​ສີ​ຈິ້ນ​ຜິ​ງ​ຢ່າງ​ຄຶກຄື້ນ​ຢູ່​ສະໜາມ​ບິນ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​​ເນັ້ນ​ວ່າ, ຈີນ​ແລະ​ເວ​ເນ​ຊູ​ເອລາ​ໄດ້​ກາຍ​ເປັນ​​ເພື່ອນ​ມິດຂ້າມ​ມະຫາ​ສະໝຸດ​​ທີ່​ຈິງ​ໃຈ​ຕໍ່​ກັນ​ແລະ​ເປັນຄູ່​ຮ່ວມ​ຍຸດ​ທະ​ສາດ​ແບບ​ມີ​ການ​ພັດທະນາ​ຮ່ວມ​ກັນ, ຂ້າພ​ະ​ເຈົ້າມີ​ຄວາມ​ປາຖະໜາ​ໃນ​ກາ​ນຮ່ວມ​ກັບ​ທ່ານ​ນີ​ໂຄ​ລັສ ມາ​ດູ​ໂຣ, ປະທານາ​ທິບໍດີ​ເວ​ເນ​ຊູ​ເອລາຮ່ວມ​ກັນ​ວາງ​ແຜນການ​ກ່ຽວ​ກັບ​ອະນາຄົດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ສຳຜັດ​ແລະ​ແລກປ່ຽນ​ກັບ​ບຸກຄົນ​ທີ່​ມາ​ຈາກ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຢ່າງ​ກວ້າງຂວາງ, ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ, ຊຸກຍູ້​ການ​ຮ່ວມ​ມື, ສະ​ແຫວ​ງຫາ​ການ​ພັດທະນາ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ-​ເວ​ເນ​ຊູ​ເອລາ​ໃຫ້​ຂະຫຍາຍກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ຄາຣາກາສພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ອາກຊັງ​ຕິນທາງ​ລັດຖະກິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ