ເອກ​ອັກຄະ​ລັດຖະທູດ​ຈີນ​ປະ​ຈໍາ​ກູ​ບາ​ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກູ​ບາ​ພວມຢູ່​ໃນ​ໄລຍະທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ
2014-07-21 15:26:18  cri 

ຕາມ​ຂ່າວCRI: ​ໂດຍ​ອີງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານຣອນ ກາສໂຕຼ, ປະທານ​ຄະນະ​ກໍາມະການ​ວຽກ​ງານ​ແຫ່ງລັດ​ທັງ​ເປັນ​ປະທານ​ກອງ​ປະຊຸມ​ລັດຖະມົນຕີ​ຂອງ​ສາທາລະນະ​ລັດ​ກູບາ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ກູ​ບາ​ທາງ​ລັດຖະກິດ. ຫວ່າງບໍ່ດົນມານີ້, ທ່ານ​ຈ່າງ​ໂທ້​, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳກູບາກ່າວ​ໃນ​ເວລາ​ໃຫ້​ສາດ​ຕໍ່​ນັກ​ຂ່າວວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກູ​ບາພວມ​ຢູ່​ໃນ​ໄລຍະທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ, ​ແມ່ນ​ແບບຢ່າງ​ທີ່​ດີ​ດ້ານ​ການ​ຮ່ວມ​ມືແລະສາມັກຄີ​ກັນລະຫວ່າງ​ປະ​ເທດ​ທີ່​ກໍາລັງ​ພັດທະນາ​ແລະ​ແມ່ນກອງໜ້າຂອງ​ການ​ພັດທະນາ​ການ​ພົວພັນ​ລະວ່າງ​ຈີນ​ກັບ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ.


ທ່ານຈ່າງໂທ້ກ່າວວ່າ, ໃນ​ປີ​ມໍ່ໆ​ມາ​ນີ້, ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ຈີນ​ກັບ​ກູ​ບາ​ໄດ້​ໄປມາຫາສູ່​ກັນ​​ເປັນ​ປະຈຳ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ມີ​ລະດັບ​ສູງ​ລະຫວ່າງ​ສອງ​ປະ​ເທດ. ການ​ເດີນທາງ​ໄປ​ຢ້ຽມຢາມ​ກູ​ບາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງຄັ້ງ​ນີ້​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນການ​ນຳພາ​ແລະ​ຊຸກຍູ້​​ການ​ພັດທະນາ​​ການ​ພົວພັນ​ສອງ​ຝ່າຍ​ຕື່ມ​ອີກ. ທ່ານ​ຈ່າງ​ໂທ້​ກ່າ​ວວ່າ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ໄດ້​ຖືຫຼັກ​ໝັ້ນ​ແລະ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ບັນຫາ​ສາກົນ​ທີ່​ສຳຄັນ​ຢ່າງ​ຫຼວງ​ຫຼາຍ, ​ໄດ້ມີ​ການ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ