ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ເດີນທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ເລີ​ແກ​ຂອງ​​ເກັຣກ​ເພື່ອ​ຈະ​​ໄກ​ເກ່ຍ​​ໃຫ້​ປາ​ແລັສຕິນກັບ​ອິສຣ​ແອນ​ຢຸດ​ຍິງ​ຢູ່​ເຂດກາຊາ
2014-07-22 17:52:19  cri 
ຕາມ​ຂ່າວ​ຕ່າງປະ​ເທດ​ທີ່​ລາຍ​ງານ​ໃນ​ວັນ​ທີ 21 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່​ສະໜາ​ມບິນ​ເລີ​ແກ​ໃຫ້​ຮູ້​ວ່າ, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງ​ການ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ເລີ​ແກ​ຂອງ​ເກັຣກ​ເພື່ອ​ຈະ​ໄກ່​ເກ່ຍ​ໃຫ້​ປາ​ແລັສຕິນກັບ​ອິສຣາ​ແອ​ນຢຸດ​ຍິງ​ຢູ່​ເຂດ​ກາ​ຊາ. ນອກ​ນີ້, ທ່ານ​ຈອນ ​​ເຄີ​ຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ກໍ່​ຈະ​ເດີນທາງ​ໄປ​ນະຄອນຫຼວງ​ເລີ​ແກ​ຂອງ​ເກັຣກ​ໃນ​ວັນ​ທີ 21 ກໍລະກົດ​ນີ້​ເຊັ່ນ​ກັນ​ເພື່ອ​ປຶກສາ​ຫາລື​ກັບ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ແລັສຕິນກັບ​ອິສຣາ​ແອນ.

ວັນ​ທີ 20 ກໍລະກົດ​ນີ້, ທ່ານ​ບານ​ກີ​ມູນ​ໄດ້​ອອກ​ຖະ​ແຫຼ​ງການ​ຢູ່​ກາ​ຕາ ​ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ດຳ​ເນີນການ​ທູດ​​ແບບ​ສອດ​ກະສວຍ​(shuttle diplomacy), ​ໂດຍ​ໄດ້​ກ່າວ​ປະນາມ​ ​ອິສຣາ​ແອນທີ່​ບຸກ​ໂຈມ​ຕີ​ທາງ​ພາກພື້ນ​ດິນ​ທີ່​ເຮັດ​ໃຫ້​ປະຊາຊົນ​ຜູ້​ບໍລິສຸດ​ເສຍ​ຊີວິດ​ແລະ​ບາດ​ເຈັບ. ທ່ານ​ກ່າວ​ເນັ້ນ​ວ່າ, ອິສຣາ​ແອນ​ຕ້ອງ​ຮັກສາ​ຄວາມ​ອົດທົນ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ປົກ​ປັກ​ຮັກສາ​ປະຊາຊົນ​ຜູ້​ບໍລິ​ສຸດ.

ໃນ​ການ​ປະ​ທະ​ກັນລະ​ຫວ່າງ​ປາ​ແລັສຕິນກັບ​ອິສຣ​າ​ແອນທີ່​ຍືດ​ເຍື້ອ​ມາ​ເປັນ​ເວລາ​ເກືອບ​ເຄິ່ງ​ເດືອນ​ໄດ້​ເຂົ້າ​ສູ່​ວັນ​ອາທິດ​ທີ່​ນອງ​ເລືອດ​ທີ່​ສຸດໃນ​ວັນ​ທີ 20 ກໍລະກົດ​ນີ້, ​ໃນ​ວັນ​ດຽວ​ກັນ​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ​ຮ້ອຍ​ຄົນ, ​ເຊິ່ງສະຖານະ​ການມີ​ຄວາມ​ເຄັ່ງ​ຕຶງ​ທີ່ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ