ທ່ານ​ສີ​ຈິ້ນ​ຜິ​ງສະ​ແດງ​ຄວາມ​​ເຄົາລົບ​ຕໍ່ໜ້າ​ສຸສານ​ຂອງ​ອະດີດ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ
2014-07-22 11:50:35  cri 


ວັນ​ທີ 21 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ເວ​ເນ​ຊູ​ເອລາ​ທາງ​ລັດຖະກິດ​ໄດ້​ໄປ​ຢ້ຽມຢາມ​ແລະ​ສະ​ແດງຄວາມ​ໄວ້ອາ​ໄລ​ຕໍ່​ທ່ານ​ຮຸຍ​ໂກ ຊາ​ເວສ ອະດີດ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ ຢູ່​ສຸສານ​ຂອງ​ທ່ານ.

​ໃນ​ເວລາ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ຮອດ​ສຸສານ, ທ່ານ​ຈອດ ອາ​ເຣຍຊາ ຮອງ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານນາງ​ໂຣຊາ ​ເວີ​ກີ​ເນຍ ລູກ​ສາວຂອງ​ທ່ານຮຸຍ​ໂກ​ຊາ​ເວສ​​ໄດ້​ນຳພາ​ລັດຖະມົນຕີ​ຂອງ​ລັດຖະບານ​ແລະ​ນາຍ​ທະຫານລະດັບ​ສູງຈາກ 3 ​ເຫຼົ່າທັບ​ໄປ​ຕ້ອນຮັບ​ທ່ານ​ສີ​ຈິ້ນ​ຜິ​ງ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ປະຊາຊົນ​ຈີນ​ສະ​ແດງຄວາມ​ອາ​ໄລ​ຮັກ​ຕໍ່​ທ່ານ​ຮຸຍ​ໂກ​ຊາ​ເວສທີ່​​ໄດ້​ເຖິງ​ແກ່​ມໍລະນະ​ກຳ. ທ່ານ​ກ່າ​ວວ່າ, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ລັດຖະບານ​ແລະ​ປະຊາຊົນ​​ເວ​ເນ​ຊູ​ເອລາ​ໄດ້​ສືບ​ທອດ​ພາລະກິດ​ຂອງ​ທ່ານ​ຮຸຍ​ໂກ ຊາ​ເວສ, ​ເຊື່ອ​ວ່າ​ພວກ​ທ່ານ​ຈະ​ສາມາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ເສັ້ນ​ທາງ​ຂອງ​ການ​ສ້າງສາ​ພັດທະນາປະ​ເທດ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ