​ເອກ​ອັກຄະ​ລັດຖະທູດ​ອູ​ແກຣນປະ​ຈໍາ​ຈີນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​​ເຂົ້າ​ຮ່ວມ​ການ​ສືບ​ສວນສາ​ເຫດ​ຂອງ​ອຸບັດ​ເຫດ​ເຮືອບິນ​ໂດຍ​ສານ​ຖ້ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ​ຢ່າ​ງຕັ້ງໜ້າ
2014-07-22 15:34:32  cri 
ວັນ​ທີ 21 ກໍລະ​ກົດ​ນີ້, ​​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ​ໃນ​ເວລາຈັດ​ກອງປະຊຸມ​ຂ່າວ​ກ່ຽວ​ກັບ​ອຸບັດ​ເຫດ​ເຮືອບິນ​ໂດຍ​ສານ​ຖ້ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ ​, ທ່ານ​ໂອ​ເລັກ ​ເດ​ມິນ, ​ເອກ​ອັກຄະ​ລັດຖະທູດ​ອູ​ແກຣນປະ​ຈໍາ​ຈີນກ່າວ​ວ່າ, ​ອຸບັດ​ເຫດ​ເຮືອບິນ​ໂດຍ​ສານ​ຖ້ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ​​ເປັນ​ເຫດການ​ທີ່​ມີ​ລັກສະນະ​ສາກົນ, ອູ​​ແກຣນ​ໄດ້​ສືບ​ສວນສາ​ເຫດ​ຂອງ​ອຸບັດ​ເຫດ​ຄັ້ງ​ນີ້​ຢ່າງ​ເລິກ​ເຊິ່ງ ​ແຕ່​ບໍ່ສາມາດ​ດໍາ​ເນີນ​ໄປ​ໄດ້​ຢ່າງສະດວກ, ຫວັງ​ວ່າ​ປະຊາ​ຄົມ​ໂລກ​ຈະເຂົ້າ​ຮ່ວມ​ການ​ສືບ​ສວນສາ​ເຫດ​ຂອງ​ອຸບັດ​ເຫດຄັ້ງ​ນີ້​ຢ່າງ​ຕັ້ງໜ້າ. ທ່ານ​ເດ​ມິນ ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຝ່າຍ​ຈີນ​ທີ່​ໄດ້​ສະ​ເໜີຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ສະ​ແຫວງຫາ​ແຜນການ​ແກ້​ໄຂ​ດ້ານ​ການ​ເມືອງ​ຢ່າງຮອບດ້ານ​ໃນ​ກອງ​ປະຊຸມ​ເປີດ​ເຜີຍ​ກ່ຽວ​ກັບ​ບັນຫາ​ອູ​ແກຣນຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອບັນລຸ​ສະ​ເຖຍລະ​ພາບ​ແລະ​ການ​ພັດທະນາ​ຂອງ​ອຸ​ແກຣນ​ໂດຍ​ໄວ. ພ້ອມ​ກັນ​ນັ້ນ, ທ່ານ​ເດ​ມິນ​ຫວັງ​ວ່າ ຈີນ​ຈະ​ສາມາດ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​​ເຂົ້າ​ໃນ​ຂະ​ບວນຟື້ນ​ຟູ​ສັນຕິພາບ​ແລະສ​ະ​ເຖຍລະ​ພາບ​ຂອງ​ອູ​ແກຣນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ